ໃນຕອນເຊົ້າ ຂອງວັນທີ 10 ກຸມພາ 2023 ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ຈັດພິທີເລື່ອນມະຫາຊົນກ້າວໜ້າຂຶ້ນເປັນສະມາຊິກສຳຮອງ ຂຶ້ນທີ່ຫ້ອງປະຊຸມ104 ຂອງຫ້ອງວ່າການແຂວງ; ໂດຍພາຍໃຕ້ໃຫ້ກຽດເປັນທານຂອງສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ ຫົວນ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີ ສະຫາຍ ພອນໄຊ ເກດມາລາ ເລຂາໜ່ວຍພັກ ຮອງຄະນະຈັດຕັ້ງແຂວງ, ສະຫາຍ ກິ່ງແກ້ວ ບຸບຜາວັນ ເລຂາໜ່ວຍພັກຮອງປະທານກວດກາລັດແຂວງ, ມີຄະນະພັກ, ສະມາຊິກພັກສົມບູນ-ສຳຮອງຂອງຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍພອນໄຊ ເກດມາລາ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງຈໍາປາສັກ ວ່າດ້ວຍການອະນຸມັດເລື່ອນມະຫາຊົນກ້າວໜ້າ ຂຶ້ນເປັນສະມາຊິກພັກສໍາຮອງໃໝ່ ຈໍານວນ 3 ສະຫາຍຄື: ເຫັນດີໃຫ້ ສະຫາຍ ນາງ ສົມສະໄຫວ ກ່ານຜາສຸກ, ສະຫາຍ ນາງ ຫັດສະດີ ໂດນສະໜູພິດ, ສະຫາຍ ນາງ ທິບພະຈັນ ດວງມະນີ ເຊິ່ງແມ່ນມະຫາຊົນກ້າວໜ້າດີເດັ່ນເຂົ້າເປັນສະມາຊິກພັກສໍາຮອງ.
ໃນຕອນທ້າຍຂອງພິທີກໍໄດ້ຮັບຟັງການມີຄໍາເຫັນໂອລົມ ແລະ ແນະນໍາກ່ຽວກັບກົດລະບຽບຂອງພັກປະຊາຊົນປະຕິວັດລາວ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ສະມາຊິກພັກ.