ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຂອງໜ່ວຍພັກສາຍປິ່ນປົວພາຍໃນ ໂຮງໝໍແຂວງຈຳປາສັກ
ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2022 ສະຫາຍ ປອ ສຸປານີ ສິລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຂອງໜ່ວຍພັກສາຍປິ່ນປົວພາຍໃນ ໂຮງໝໍແຂວງຈຳປາສັກ; ໂດຍມີ ສະຫາຍ ສາທິດ ປັດຊາພັນ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ບຸນຄໍ້າ ເພັດທານີ ຄະນະພັກຮາກຖານ, ຮອງອຳນວຍການໂຮງໝໍແຂວງຈຳປາສັກ, ມີຄະນະໜ່ວຍ, ສະມາຊິກພັກຂອງໜ່ວຍພັກສາຍປິ່ນປົວພາຍໃນໂຮງໝໍແຂວງຈໍາປາສັກ ເຂົ້າຮ່ວມ 30 ສະຫາຍ, ຍິງ 27 ສະຫາຍ
ພິທີປິດຊຸດຝຶກອົບຮົມ ທິດສະດີ-ແນວທາງຂອງພັກ ລະບົບ 45 ວັນ ຊຸດທີ IX ປະຈໍາປີ 2022 ຂອງສູນຝຶກອົບຮົມເມືອງໂພນທອງ
ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2022 ຄະນະໂຄສະນາອົບຮົມເມືອງໂພທອງ ໄດ້ຈັດພິທີປິດຊຸດຝຶກອົບຮົມທິດສະດີ-ແນວທາງຂອງພັກ ລະບົບ 45 ວັນ ຊຸດທີ IX ຂຶ້ນຢູ່ທີ່ສະໂມສອນຂອງເມືອງໂພນທອງ ແຂວງຈຳປາສັກ; ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ສຸພາບ ທຳມະຮັກສາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆໂພນທອງ
ວິທະຍາໄລເຕັກນິກວິຊາຊີບແຂວງຈຳປາສັກ ຈັດພິທີປາຖະກະຖາ ປີສາມັກຄີມິດຕະພາບ ລາວ - ຫວຽດນາມ
ໃນຕອນບ່າຍຂອງວັນທີ 22 ກໍລະກົດ 2022 ທີ່ຜ່ານມາ ວິທະຍາໄລເຕັກນິກວິຊາຊີບ ແຂວງຈຳປາສັກ ໄດ້ຈັດພິທີປາຖະກະຖາ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຄື: ວັນເຊັນສັນຍາມິດຕະພາບ ແລະ ຮ່ວມມື ລາວ - ຫວຽດນາມ ຄົບຮອບ 45 ປີ(18/7/1977 - 18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ - ຫວຽດນາມ ຄົບຮອບ 60 ປິ(5/9/1962 - 5/9/2022) ຂື້ນທີ່ສະໂມສອນຂອງວິທະຍາໄລ; ໂດຍການເປັນປະທານຂອງ ທ່ານ ບົວໄຂ ສຸພາອອນ ເລຂາຄະນະພັກຮາກຖານ ຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບ ແແຂວງຈຳປາສັກ, ມີຄະນະອຳນວຍການ, ພະນັກງານ ຄູ-ອາຈານ ຂອງວິທະຍາໄລເຂົ້າຮ່ວມທັງໝົດ 125 ທ່ານ, ຍິງ 55 ທ່ານ.
ເມືອງມຸນລະປາໂມກ ຈັດພິທີປາຖະກະຖາ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ
ໂດຍອີງຕາມແຈ້ງການແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 23/ຄອສພ, ລົງວັນທີ 30 ມີນາ 2022 ແລະ ປະຕິບັດຕາມແຈ້ງການຂອງຄະນະປະຈໍາພັກແຂວງຈໍາປາສັກ ສະບັບເລກທີ 17 ມີນາ 2022, ແຜນເຄື່ອນໄຫວຂອງຄະນະປະຈໍາພັກແຂວງ ເລກທີ 559/ຄອຂ.ຈສ, ລົງວັນທີ 7 ກໍລະກິດ 2022.
ໃນຕອນເຊົ້າຂອງວັນທີ 25 ກໍລະກົດ 2022 ເມືອງມຸນລະປາໂມກຈັດພິທີປາຖະກະຖາ 2 ວັນປະຫັວດສາດປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ (18 ກໍລະກົດ1977-18ກໍລະກົດ2022) ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ຂື້ນຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນກຽດເຂົ້າຮ່ວມເປັນປະທານ ແລະ ບັນລະຍາຍເອກະສານ ຂອງ ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ເມືອງສຸຂຸມາ ຈັດພິທີປາຖະກະຖາປີສະມັກຄີ ລາວ-ຫວຽດນາມ
ໂດຍອີງຕາມແຈ້ງການແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 23/ຄອສພ, ລົງວັນທີ 30 ມີນາ 2022 ແລະ ປະຕິບັດຕາມແຈ້ງການຂອງຄະນະປະຈໍາພັກແຂວງຈໍາປາສັກ ສະບັບເລກທີ 17 ມີນາ 2022, ແຜນເຄື່ອນໄຫວຂອງຄະນະປະຈໍາພັກແຂວງ ເລກທີ 559/ຄອຂ.ຈສ, ລົງວັນທີ 7 ກໍລະກິດ 2022.
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 14 |
![]() | ມື້ວານນີ້ | 184 |
![]() | ອາທິດນີ້ | 157 |
![]() | ເດືອນນີ້ | 968 |
![]() | ທັງໝົດ | 137850 |