ໃນຕອນເຊົ້າ ຂອງວັນທີ 24 ມັງກອນ 2023 ທີ່ຜ່ານມາ, ເມືອງຊະນະສົມບູນ ແຂວງຈຳປາສັກ ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບ ປະຊາຊົນປະຕິວັດລາວ 20 ມັງກອນ 1949-20 ມັງກອນ 2023 ທີ່ໝູນວຽນບັນຈົບຄົບຮອບ 74 ປີ, ພ້ອມທັງມອບໃບຍ້ອງຍໍ ແລະ ປະດັບຊັ້ນໃຫ້ນາຍ ແລະ ພົນທະຫານ ຂຶ້ນຢູ່ທີ່ສະໂມສອນຂອງເມືອງ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສອນສະຫວັນ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຊະນະສົມບູນ;
ຄະນະໂຄສະນາອົບຮົມແຂວງຈໍາປາສັກ ຕ້ອນຮັບ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະກົມ ເນື່ອງໃນໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ
ໃນວັນທີ 16 ມັງກອນ 2023; ຄະນະໂຄສະນາອົບຮົມແຂວງຈໍາປາສັກ ນຳໂດຍທ່ານ ປອ ສຸປານີ ສິລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຕ້ອນຮັບ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະບັນດາທ່ານຫົວໜ້າກົມ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ 4 ແຂວງພາກໃຕ້ ເວົ້າລວມ, ເວົ້າສະເພາະ ຄະນະໂຄສະນາອົບຮົມແຂວງຈໍາປາສັກ. ເຂົ້າຮ່ວມມີ ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານຂອງແຂວງ; ມີບັນດາທ່ານຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາທ່ານຄະນະໂຄສະນາອົບຮົມນະຄອນປາກເຊ ແລະ 9 ເມືອງ; ພ້ອມດ້ວຍພະນັກ ງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ພິທີປິດຊຸດຝືກອົບຮົມທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຮຸ່ນທີ XII ປະຈຳປີ 2022 ຂອງນະຄອນປາກເຊ
ໃນຕອນເຊົ້າຂອງວັນທີ 16 ທັນວາ 2022 ນະຄອນປາກເຊ ໄດ້ຈັດພິທີປິດຊຸດຝືກອົບຮົມທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຮຸ່ນທີ XII ປະຈຳປີ 2022 ພິທີໄດ້ມີຂື້ນທີ່ສະໂມສອນຂອງນະຄອນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ບົວລີ ເພັດສົງຄາມ ຄະນະປະຈຳພັກແຂວງ ເລຂາພັກນະຄອນ ເຈົ້ານະຄອນປາກເຊ
ຄະນະໂຄສະນາອົບຮົມແຂວງ ເຂົ້າອວຍພອນອະດີດການນໍາ, ອະດີດຫົວຫນ້າຄະນະໂຄສະນາອົບຮົມແຂວງ
ເນື່ອງໃນໂອກາດການສະເຫຼີມສະຫຼອງ ວັນຊາດທີ 02 ທັນວາ ຄົບຮອບ 47ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102ປີ; ໃນຕອນບ່າຍຂອງວັນທີ 13 ທັນວາ 2022, ຄະນະໂຄສະນາອົບຮົມແຂວງຈໍາປາສັກ ໂດຍການນໍາພາຂອງ ທ່ານ ປອ ສຸປານີ ສິລິປຸ່ນໂຍ ຄະນະປະຈໍາພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງ,
ໃນທົ່ວແຂວງຈຳປາສັກ ເອົາໃຈໃສຈັດພິທີປາຖະກະຖາ ວັນຊາດ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ
ນັບແຕ່ລະວັນທີ 9 ທັນວາ 2022 ເປັນຕົ້ນມາ (9-16 ທັນວາ 2022) ໃນທົ່ວແຂວງຈຳປາສັກ ໄດ້ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງພິທີປາຖະກະຖາ ວັນຊາດ 2 ທັນວາ ຄົບຮອບ 47ປີ ( 02 ທັນວາ 1975-02 ທັນວາ 2022 ) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ( 13 ທັນວາ 1920-13 ທັນວາ 2022 ) ຂື້ນຢ່າງເປັນຂະບວນຟົດຟື້ນ, ພາຍໃຕ້ການນໍາພາຂອງ ອົງຄະນະພັກແຂວງ, ອົງຄະນະພັກເມືອງ, ອົງຄະນະພັກ ປກຊ-ປກສ, ຄະນະພັກຮາກຖານ ກຸ່ມບ້ານ ເຊິ່ງໃນນັ້ນປະກອບມີ:
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 18 |
![]() | ມື້ວານນີ້ | 281 |
![]() | ອາທິດນີ້ | 1236 |
![]() | ເດືອນນີ້ | 538 |
![]() | ທັງໝົດ | 193033 |