ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ລະຫ່ວາງ ກົມຂໍ້ມູນຂ່າວສານ ຄະນະໂຄສະນາສູນກາງພັກ ແລະ ຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ
ໃນຕອນເຊົ້າ ຂອງວັນທີ 01 ພະຈິກ 2022 ຂະແໜງຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ລະຫ່ວາງ ກົມຂໍ້ມູນຂ່າວສານຄະນະໂຄສະນາສູນກາງພັກ ແລະ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ. ພາຍໃຕ້ການໃຫ້ກຽດເປັນປະທານ ຂອງທ່ານ ວັນຕຸລາ ລັກນຸດ ກຳມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາສູນກາງພັກ, ໂດຍມີບັນດາທ່ານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາທ່ານຜູ້ຮັບຜິດຊອບວຽກງານເວັບໄຊ ຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ ເຂົ້າຮ່ວມ.
ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກເມືອງໂພນທອງ ກາງສະໄໝທີ VIII
ໃນຄັ້ງວັນທີ 19-21 ຕຸລາ 2022 ທີ່ຜ່ານມາ, ສະຫາຍ ບຸນປັນ ມະຫາລາດ ຮອງເລຂາໜ່ວຍພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານພັກເມືອງໂພນທອງ ກາງສະໄໝທີ VIII; ກອງປະຊຸມດັ່ງກ່າວໄດ້ເປີດຂຶ້ນຢູ່ທີ່ສະໂມສອນ ເມືອງໂພນທອງ ແຂວງຈຳປາສັກ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກແຂວງ, ສະຫາຍ ສຸພາບ ທຳມະຮັກສາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂພນທອງ.
ເມືອງມຸນລະປາໂມກ ຈັດພິທີປາຖະກະຖາວັນສຳຄັນ ຂອງຊາດ, ຂອງພັກ
ໃນວັນທີ 21 ຕຸລາ 2022 ເມືອງມຸນລະປາໂມກ ຈັດພິທີປາຖະກະຖາວັນສຳຄັນ ຂອງຊາດ-ຂອງພັກ, ພິທີໄດ້ຈັດຂື້ນຢູ່ທີ່ສະໂມສອນຂອງເມືອງ ພາຍໃຕ້ການໃຫ້ກຽດເປັນປະທານ ຂອງ ສະ ຫາຍ ທອງພູນ ເພັງສະຫັວນ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ພັກ-ພະນັກ ງານ ແລະ ອົງການຈັດຕັ້ງມະຫາຊົນ.
ນະຄອນປາກເຊ ໄດ້ຈັດພິທີປາຖະກະຖາ ວັນສຳຄັນຕ່າງໆຂອງຊາດ,ຂອງພັກ
ໃນຕອນເຊົ້າຂອງວັນທີ 21 ຕຸລາ 2022 ທີ່ສະໂມສອນນະຄອນປາກເຊ ໄດ້ຈັດພິທີ ປາຖະ ກະຖາວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ ເປັນຕົ້ນແມ່ນ ວັນສ້າງຕັ້ງການທູດລາວ ຄົບຮອບ 77 ປີ, ວັນປະກາດເອກະລາດ ຄົບຮອບ 77ປີ, ແລະ ລະນືກວັນສາກົນເພື່ອລົບລ້າງຄວາມທຸກຍາກ ຄົບຮອບ 35 ປີ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 19 ປີ; ພາຍໃຕການໃຫ້ກຽດເປັນປະທານ ແລະ ປາຖະກະຖາຫວນຄືນມູນເຊື້ອວັນສຳຄັນດັ່ງກ່າວ ໂດຍ ສະຫາຍ ຄອນສະຫວັນ ວັນນິວົງຄຳ ຮອງເລຂາພັກນະຄອນ ຜູ້ຊີ້ນຳວຽກງານພັກ-ພະນັກງານ
ພິທີເປີດ ຊຸດຮຽນທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຮຸ່ນທີ XII ປະຈຳສົກປີ 2022 ທີ່ນະຄອນປາກເຊ
ໃນຕອນບ່າຍ ຂອງວັນທີ 20 ຕຸລາ 2022 ພິທີເປີດຊຸດຮຽນທິດສະດີ-ແນວທາງຂອງພັກໄລຍະສັ້ນ ຮຸ່ນທີ XII ປະຈຳສົກປີ 2022 ທີ່ນະຄອນປາກເຊ ໄດ້ຈັດຂື້ນທີ່ສະໂມສອນຂອງນະຄອນ ໂດຍຄວາມເປັນເຈົ້າການຂອງຄະນະໂຄສະນາອົບຮົມນະຄອນ; ພາຍໃຕ້ການເປັນປະທານຂອງສະຫາຍ ວິລັດ ນຽມທະຈິດ ຄະນະປະຈຳພັກນະຄອນ ຫົວໜ້າໂຄສະນາອົບຮົມນະຄອນປາກເຊ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 60 |
![]() | ມື້ວານນີ້ | 258 |
![]() | ອາທິດນີ້ | 539 |
![]() | ເດືອນນີ້ | 798 |
![]() | ທັງໝົດ | 180507 |