ວັນທີ 4 ພຶດສະພາ 2023, ທ່ານ ປອ.ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ກວດກາ, ຊຸກຍູ້ - ຊີ້ນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຢູ່ເມືອງປາກຊ່ອງ
ໃນວັນທີ 8 ມີນາ 2023 ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີຝຶກອົບຮົມວຽກງານໂຄສະນາອົບຮົມ 5 ແຂວງພາກໃຕ້ ປະຈໍາປີ 2023 ເຊິ່ງຈັດຂຶ້ນທີ່ແຂວງຈໍາປາສັກ; ພາຍໃຕ້ການເປັນປະທານກ່າວປິດ ແລະ ມອບໃບຢັ້ງຢືນໃນຄັ້ງນີ້ ໂດຍທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຜູ້ຊີ້ນຳວຽກງານແນວຄິດ
ຄະນະໂຄສະນາອົບຮົມສູນກາງພັກ ແລະ ນັກສຳມະນາກອນທັງໝົດ 5 ແຂວງພາກໃຕ້ ລົງທັດສະນາສຶກສາ ທ່ຽວຊົມການຜະລິດທີ່ເປັນສິນຄ້າພາຍໃນແຂວງຈຳປາສັກໃນຕອນບ່າຍ ຂອງວັນທີ 6 ມີນາ 2023; ເຊິ່ງນຳພາໂດຍຄະນະຮັບຜິດຊອບຊຸດຝຶກອົບຮົມ ໄດ້ລົງເຄື່ອນໄຫວຢູ່ 3 ຈຸດຄື:
ເພື່ອຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ເຂົ້າໃນຊີວິດສັງຄົມໃຫ້ປະກົດຜົນເປັນຈິງ, ຄະນະບໍລິຫານງານພັກແຂວງຈຳປາສັກ ໄດ້ເປີດກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ V.
ໃນຕອນເຊົ້າ ຂອງວັນທີ 15 ກຸມພາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດບັ້ນຊຸດຝຶກອົບຮົມເປົ້າຫມາຍ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ I ປະຈໍາປີ 2023; ຂຶ້ນທີ່ຫ້ອງປະຊຸມ ຂອງລັດວິສາຫະກິດນໍ້າປະປາໂພນສະຫວັນ, ໂດຍພາຍໃຕ້ການໃຫ້ກຽດເປັນປະທານກ່າວເປີດ ຂອງ ສະຫາຍ ບຸນປັນ ມະຫາລາດ ຮອງເລຂາຫນ່ວຍພັກຮາກຖານ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ.
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 271 |
![]() | ມື້ວານນີ້ | 104 |
![]() | ອາທິດນີ້ | 1208 |
![]() | ເດືອນນີ້ | 510 |
![]() | ທັງໝົດ | 193005 |