ໃນຕອນເຊົ້າ ຂອງວັນທີ 23 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າຄະນະໂຄສະນາອົບຮົມເມືອງຂຶ້ນ, ພາຍໃຕ້ການເປັນປະທານ ຂອງທ່ານ ພູວັນ ສີສຸພົນ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານເມືອງໂຂງ.
ໃນຕອນເຊົ້າ ຂອງວັນທີ 17 ສິງຫາ 2023, ຄະນະໂຄສະນາອົບຮົມແຂວງຈຳປາສັກ ເຜີຍແຜ່ເຊື່ອມຊຶມຜົນສຳເລັດກອງປະຊຸມ ຄົບຄະນະກາງສະໄໝ ທີ VIII ຂອງຄະນະບໍລິຫານງານພັກແຂວງ ຕິດພັນກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃນໄລຍະກາງສະໄໝທີ່ຜ່ານມາ ແລະ ທິດທາງ ນຳພາປະຕິບັດຄາດໝາຍສູ້ຊົນແຕ່ລະດ້ານຮອດທ້າຍສະໄໝ.
ໃນຕອນບ່າຍ ຂອງວັນທີ 10 ສິງຫາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປິດຊຸດຝຶກອົບຮົມເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກ ຊຸດທີ I V ປະຈຳປີ 2023, ຢູ່ທີ່ສະໂມສອນຫຼັກ4 ໂດຍໃຫ້ກຽດເປັນປະທານ ແລະ ມອບໃບຍັ້ງຢືນຂອງ ສະຫາຍ ບຸນປັນ ມະຫາລາດ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ.
ໃນຕອນເຊົ້າ ຂອງວັນທີ 09 ສິງຫາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດຝຶກອົບຮົມເປົ້າຫມາຍ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ IV ປະຈໍາປີ 2023; ຂຶ້ນທີ່ສະໂມສອນຫຼັກ 4 ໂດຍພາຍໃຕ້ການໃຫ້ກຽດເປັນປະທານກ່າວເປີດ ຂອງ ສະຫາຍ ບຸນປັນ ມະຫາລາດ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.
ໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2023 ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານປະຈໍາເດືອນກໍລະກົດ ແລະ ທິດທາງແຜນການເດືອນສິງຫາ
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 11 |
![]() | ມື້ວານນີ້ | 281 |
![]() | ອາທິດນີ້ | 1229 |
![]() | ເດືອນນີ້ | 531 |
![]() | ທັງໝົດ | 193026 |