ໃນຕອນເຊົ້າ ຂອງວັນທີ 20 ຕຸລາ 2023 ກອງປະຊຸມດຳເນີນຊີວິດການເມືອງ ກາງສະໄໝ ທີ IX ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງໄດ້ຈັດຂຶ້ນທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ
ໂດຍພາຍໃຕ້ການໃຫ້ກຽດເປັນປະທານຂອງ ສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ສະຫາຍ ແສງອາທິດ ຂັນດາລາ ຮອງຫົວໜ້າພະແນກພາຍໃນແຂວງ, ສະຫາຍ ສາທິດ ປັດສາພັນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍຄະນະຮັບຜິດຊອບກອງປະຊຸມດຳເນີນຊີວິດການເມືອງຂັ້ນແຂວງ, ມີ ສະຫາຍໃນຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສຳຮອງພາຍໃນໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ພິທີກ່າວເປີດກອງປະຊຸມ ໂດຍ ສະຫາຍ ບຸນປັນ ມະຫາລາດ ຮອງເລຂາໜ່ວຍພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນວ່າຕໍ່ກອງປະຊຸມດໍາເນີນຊີວິດການເມືອງກາງສະໄໝ ທີ IX ຕິດພັນກັບການທາບທາມຄວາມໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນ ຄະນະພັກ-ຄະນະນໍາ ຂອງຄະນະໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ແລະ ຕິດພັນກັບການການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈ ສະມາຊິກ-ພະນັກງານ ຕໍ່ບຸກຄົນໃນຄະນະພັກ-ຄະນະນໍາ ຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ, ເພື່ອເປັນຂໍ້ມູນພື້ນຖານສຳຄັນໃນການເບິ່ງເຫັນບັນຫາຂອງການຈັດຕັ້ງ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງບຸກຄົນ ຄະນະພັກ-ຄະນະນຳ ຄະນະໂຄສະນາອົບຮົມແຂວງ ເພື່ອປັບປຸງຍົກສູງຄຸນນະພາບການນຳພາຂອງຄະນະໜ່ວຍພັກຮາກຖານ ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສ້າງຄວາມເຊື່ອໝັ້ນສັດທາຂອງສະມາຊິກພັກ, ພະນັກງານ ກໍຄື ປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ຕໍ່ການນຳພາລວມຂອງຄະນະໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຕ້ອງເປັນເຈົ້າການຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ມີການຄົ້ນຄວ້າ ພິຈາລະນາຢ່າງເລິກເຊິ່ງ, ກຳແໜ້ນເນື້ອໃນບັນດານິຕິກຳຂອງສູນກາງພັກ ແລະ ຂອງແຂວງ ທີ່ຄະນະຮັບຜິດຊອບນໍາມາເຜີຍແຜ່. ພ້ອມນັ້ນ ຕ້ອງເອົາໃຈໃສ່, ເປັນເຈົ້າການຄົ້ນຄ້ວາຕິລາຄາທຸກບັນຫາໃຫ້ເລິກເຊິ່ງ, ພາວະວິໄສ ຮັກສາໄດ້ຄວາມສາມັກຄີອັນ ເປັນປຶກແຜ່ນ ແລະ ເຮັດໃຫ້ກອງປະຊຸມມີຜົນສຳເລັດຢ່າງຈົບງາມ.
ໃນໂອກາດດຽວກັນນີ້ ກໍ່ໄດ້ດໍາເນີນການທາບທາມ ແລະ ປ່ອນບັດ, ສັງລວມຄໍາເຫັນ ແລະ ຜົນຄະແນນທາບທາມຄວາມໄວ້ວາງໃຈ ການນຳພາລວມ ແລະ ບຸກຄົນຄະນະພັກ ພ້ອມທັງດຳເນີນການທາບທາມຄວາມໄວ້ວາງໃຈ, ຢັ່ງຫາງສຽງ ແລະ ດໍາເນີນການປ່ອນບັດ ໃນກອງປະຊຸມ ແລະ ຍັງໄດ້ຜ່ານຮ່າງບົດສະຫຼຸບການນຳພາຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະກາງສະໄໝ ທີ IX ຜ່ານມາ ແລະ ວາງທິດທາງນຳພາຄາດໝາຍ ວຽກງານຈຸດສຸມແຕ່ລະດ້ານ, ກຳນົດມາດຕະການ, ວິທີການແກ້ໄຂ ແຕ່ນີ້ຫາກອງປະຊຸມໃຫຍ່ ຄັ້ງທີ X ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈຳປາສັກ, ພ້ອມນີ້ ຄະນະພັກຂັ້ນເທິງ ກໍ່ມີຄຳເຫັນຊີ້ນຳໃນການດໍາເນີນຊີວິດການເມືອງ ແລະ ການສໍາຫຼວດບຸກຄົນໃນຄະນະໜ່ວຍພັກຮາກຖານ-ຄະນະນໍາ ຄະນະໂຄສະນາອົບຮົມແຂວງ ແລະ ແບ່ງໜ່ວຍສຳຫຼວດບຸກຄົນຄະນະໜ່ວຍພັກຮາກຖານ ໂດຍເລີ່ມຈາກ ສະຫາຍຮອງເລຂາໜ່ວຍພັກ, ບຸກຄົນຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ. ເມື່ອສໍາເລັດ ກໍ່ລາຍງານຜົນການທາບທາມ ແລະ ຜົນການສໍາຫຼວດ ຕໍ່ຄະນະພັກຂັ້ນເທິງ ຕື່ມອີກ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 267 |
![]() | ມື້ວານນີ້ | 104 |
![]() | ອາທິດນີ້ | 1204 |
![]() | ເດືອນນີ້ | 506 |
![]() | ທັງໝົດ | 193001 |