ໃນຕອນບ່າຍ ຂອງວັນທີ 10 ຕຸລາ 2023 ໜ່ວຍພັກຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມແຂວງຈໍາປາສັກ ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2023; ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ, ໂດຍໃຫ້ກຽດເປັນປະທານ ຂອງທ່ານ ປອ ວັນນະລາ ສຸດທິຈັກ ຄະນະໜ່ວຍພັກຮາກຖານ, ຮອງຄະນະໂຄສະນາອົບຮົມແຂວງ, ມີສະຫາຍເລຂາ, ຮອງເລຂາຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ໄດ້ຮັບຟັງການຜ່ານບົດລາຍງານການເມືອງ ໃນການຊີ້ນຳ-ນຳພາ ວຽກງານຊາວໜຸ່ມຕະຫຼອດໄລຍະຜ່ານມາ, ພ້ອມທັງວາງແຜນການທິດທາງຕໍ່ໜ້າ ແລະ ຍົກໃຫ້ເຫັນເຖິງຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນ ຂະບວນການຈັດຕັ້ງວຽກງານວິຊາສະເພາະ ຕິດພັນກັບການສ້າງວຽກເຮັດງານທຳ, ຫັນສ້າງເສດຖະກິດຄອບຄົວໃຫ້ກາຍເປັນຄອບຄົວຕົວແບບ; ນອກຈາກນັ້ນ ຍັງໄດ້ຮັບຟັງການໂອ້ລົມຂອງ ຄະນະປະທານກອງປະຊຸມ ເຊິ່ງໄດ້ເນັ້ນໜັກໃຫ້ຊາວຫນຸ່ມຄະນະໂຄສະນາອົບຮົມແຂວງ ສືບຕໍ່ສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີ ໃຫ້ເປັນໜື່ງດຽວ, ມີຄວາມໜັກແໜ້ນ, ເຂັ້ມແຂງ ສ້າງຂະບວນການກິລາ, ຂະບວນການອອກແຮງງານໃຫ້ຄຶກຄື້ນຫຼາຍຂື້ນ, ຮັກສາມູນເຊື້ອຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບການຈັດຕັ້ງວຽກງານວິຊາສະເພາະ ໃຫ້ມີທ່າກ້າວປ່ຽນແປງໃໝ່ດີຂື້ນເລື້ອຍໆ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 27 |
![]() | ມື້ວານນີ້ | 281 |
![]() | ອາທິດນີ້ | 1245 |
![]() | ເດືອນນີ້ | 547 |
![]() | ທັງໝົດ | 193042 |