ໃນຕອນເຊົ້າ ຂອງວັນທີ 27 ກັນຍາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດຝຶກອົບຮົມເປົ້າຫມາຍ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ V ປະຈໍາປີ 2023; ຂຶ້ນທີ່ສະໂມສອນຫຼັກ 4 ໂດຍພາຍໃຕ້ການໃຫ້ກຽດເປັນປະທານກ່າວເປີດ ຂອງ ສະຫາຍ ບຸນປັນ ມະຫາລາດ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.
ໂດຍມີ ສະຫາຍ ສົມພອນ ວິໄລສົມ ຫົວຫນ້າຂະແຫນງອົບຮົມ, ມີ ຄະນະຮັບຜິດຊອບຊຸດອົບຮົມ ແລະ ບັນດາສະຫາຍມະຫາຊົນກ້າວຫນ້າ ທີ່ໄດ້ຮັບການຝຶກອົບຮົມ ຈໍານວນ 44 ສະຫາຍ, ຍິງ 15 ສະຫາຍ ເຊິ່ງມາຈາກ 12 ຮາກຖານ ແລະ 14 ຫນ່ວຍພັກຮາກຖານ ເຂົ້າຮ່ວມ.
ໃນພິທີ ສະຫາຍ ບຸນປັນ ມະຫາລາດ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວເປີດຊຸດອົບຮົມໃນຄັ້ງນີ້, ກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍຕໍ່ການນໍາຄະນະພັກຮາກຖານ ແລະ ຫນ່ວຍພັກຮາກຖານ ທີ່ໄດ້ເອົາໃຈໃສ່ວຽກງານຂະຫຍາຍພັກ ແລະ ໄດ້ສົ່ງມະຫາຊົນກ້າວຫນ້າເຂົ້າຝຶກອົບຮົມ ໃນຄັ້ງນີ້. ພ້ອມນັ້ນ ກໍ່ຍັງໄດ້ເນັ້ນຫນັກວ່າ: ມະຫາຊົນແມ່ນກໍາລັງພື້ນຖານ ແລະ ເປັນກໍາລັງຕັດສິນຂອງທຸກໆການປະຕິວັດສັງຄົມ “ ມະຫາຊົນເປັນຜູ້ສ້າງປະຫວັດສາດ, ພາລະກິດປະຕິວັດ ແມ່ນພາລະກິດຂອງມະຫາຊົນ ” ເວົ້າລວມ ສະເພາະ ມະຫາຊົນທີ່ກ້າວຫນ້າແມ່ນຜູ້ທີ່ໄດ້ຜ່ານການທົດສອບໃນວຽກງານຕົວຈິງ, ມີຄວາມຫ້າວຫັນບຸກບືນ, ມີຄວາມຫນັກແຫນ້ນ ທາງດ້ານຄຸນທາດການເມືອງມະຫາຊົນ ແລະ ເປັນຜູ້ທີ່ມີຄວາມຕື່ນຕົວທາງດ້ານການເມືອງຕາມອຸດົມການຂອງພັກ, ເຮັດສໍາເລັດທຸກຫນ້າວຽກງານ ທີ່ພັກ ແລະ ການຈັດຕັ້ງມອບຫມາຍໃຫ້.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 17 |
![]() | ມື້ວານນີ້ | 281 |
![]() | ອາທິດນີ້ | 1235 |
![]() | ເດືອນນີ້ | 537 |
![]() | ທັງໝົດ | 193032 |