ໃນວັນທີ ກັນຍາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້ ວຽກງານໂຄສະນາອົບຮົມຢູ່ທີ່ 3 ເມືອງ: ເມືອງໂຂງ, ເມືອງມຸນລະປະໂມກ ແລະ ເມືອງປາກຊ່ອງ,
ເຊິ່ງນຳໂດຍ ທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຫົວໜ້າຂະແໜງ-ຮອງຂະແໜງຄະນະໂຄສະນາອົບຮົມແຂວງ. ເຊິ່ງເມືອງປາກຊ່ອງໄດ້ໃຫ້ກຽດຕ້ອນຮັບ ຂອງທ່ານ ພິມພອນ ພັນດານຸວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆປາກຊ່ອງ ພ້ອມດ້ວຍຄະນະນຳຂອງເມືອງ; ເມືອງມຸນລະປະໂມກ ຕ້ອນຮັບໂດຍ ທ່ານ ວັນນະສັກ ຊາດຕະກຸນ ເລຂາພັກເມືອງ ເຈົ້າເມືອງໆປາກຊ່ອງ; ເມືອງໂຂງ ຕ້ອນຮັບໂດຍ ທ່ານ ບຸນເຮັງ ກົມປະເສີດ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆໂຂງ ຜູ້ຊີ້ນຳວຽກງານເສດຖະກິດເຂົ້າຮ່ວມພ້ອມຄະນະ.
ຈຸດປະສົງໃນການລົງພົບປະເມືອງໃນຄັ້ງນີ້ ກໍ່ເພື່ອປະສານສົມທົບກັບບັນດາເມືອງ ໃນການແຈກຢາຍປື້ມປະຫວັດສາດຂອງແຂວງຈຳປາສັກ ແລະ ເອກະສານຝຶກອົບຮົມ ໃຫ້ແກ່ຄະນະພັກ-ຄະນະນຳ ຂອງອົງການປົກຄອງຂອງແຕ່ລະເມືອງ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 270 |
![]() | ມື້ວານນີ້ | 104 |
![]() | ອາທິດນີ້ | 1207 |
![]() | ເດືອນນີ້ | 509 |
![]() | ທັງໝົດ | 193004 |