ໃນຕອນບ່າຍຂອງວັນທີ 30 ມີນາ 2023, ທີ່ຫອ້ງປະຊຸມຂອງພະແນກການເງິນ ແຂວງຈຳປາສັກ ໄດ້ຈັດພິທີຮັບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ປະຈຳປີ 2022.
ໂດຍພາຍໃຕ້ການໃຫ້ກຽດເປັນປະທານຂອງ ສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໂດຍການເຂົ້າຮ່ວມຂອງ ສະຫາຍ ປອ ສຸກກະເສີມ ສີຫານຸວົງ ກຳມະການພັກແຂວງ ຫົວໜ້າພະແນກການເງີນແຂວງ, ສະຫາຍ ພອນໄຊ ເກດມາລາ ຮອງຄະນະຈັດຕັ້ງແຂວງ ກຳມະການປະເມີນຂັ້ນແຂວງ ພ້ອມດ້ວຍຫົວໜ້າຂະແໜງ-ຮອງຂະແໜງ ສະມາຊິກພັກພະນັກງານທີ່ຂື້ນກັບ 5 ໜ່ວຍພັກ ຈຳນວນພົນທັງໝົດ 38 ສະຫາຍ, ຍິງ 12 ສະຫາຍ;
ຈາກນັ້ນ ສະຫາຍ ປອ ສຸກກະເສີມ ສີຫານຸວົງ ໄດ້ຂຶ້ນຜ່ານບົດສະຫຼຸບໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022, ສະຫາຍ ພອນໄຊ ເກດມາລາ ກໍ່ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດວ້ຍການຮັບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງ 5 ໜ່ວຍພັກ ທີ່ຂຶ້ນກັບພະແນກການເງິນແຂວງ ເຊິ່ງປະທານ ກໍ່ໄດ້ມອບໃບຢັ້ງຢືນໃຫ້ 5 ໜ່ວຍພັກ ພ້ອມທັງໂອ້ລົມ ແລະ ເນັ້ນໃຫ້ຄະນະພັກໄດ້ເອົາໃຈໃສ່ປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກເປັນໝູູ່ຄະນະ, ມີການແບ່ງວຽກ, ແບ່ງຄວາມຮັບຜິດຊອບໃນຄະນະ, ມີການສະຫຼຸບປະເມີນຜົນ ສອ່ງແສງລາຍງານ ຖອດຖອນບົດຮຽນ ແລະ ຂໍທິດຊີ້ນຳຈາກຄະນະພັກຂັ້ນເທິງເປັນປົກກະຕິ ມີການປະສານສົມທົບ ແລະ ເປັນເອກະພາບລະຫວ່າງການນຳພາຂອງພັກ ແລະ ການບໍລິຫານລັດພ້ອມດຽວກັນນັ້ນກໍ່ໄດ້ເສີມຂະຫຍາຍພາລະບົດບາດຂອງອົງການຈັດຕັ້ງມະຫາຊົນໃຫ້ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນຢ່າງແຂງແຮງ ແລະ ເປັນປົກກະຕິ.
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 55 |
![]() | ມື້ວານນີ້ | 258 |
![]() | ອາທິດນີ້ | 534 |
![]() | ເດືອນນີ້ | 793 |
![]() | ທັງໝົດ | 180502 |