ຄະນະໂຄສະນາອົບຮົມສູນກາງພັກ ແລະ ນັກສຳມະນາກອນທັງໝົດ 5 ແຂວງພາກໃຕ້ ລົງທັດສະນາສຶກສາ ທ່ຽວຊົມການຜະລິດທີ່ເປັນສິນຄ້າພາຍໃນແຂວງຈຳປາສັກໃນຕອນບ່າຍ ຂອງວັນທີ 6 ມີນາ 2023; ເຊິ່ງນຳພາໂດຍຄະນະຮັບຜິດຊອບຊຸດຝຶກອົບຮົມ ໄດ້ລົງເຄື່ອນໄຫວຢູ່ 3 ຈຸດຄື:
ຈຸດທີ1: ຢ້ຽມຊົມ ບໍລິສັດກາເຟດາວ ຫຼັກ 21 ໃຫ້ກຽດຕ້ອນຮັບ ໂດຍທ່ານ ວັນນະດາ ພົມມະສະຖິດ ຜູ້ອຳນວຍການໃຫຍ່ ບໍລິສັດ ກາເຟດາວ ເຊິ່ງທ່ານ ໄດ້ບັນຍາຍຂໍ້ມູນບາງສ່ວນໂດຍຫຍໍ້ຂອງບໍລິສັດ ໂດຍນໍາໃຊ້ເຄື່ອງຈັກອຸດສາຫະກຳທີ່ທັນສະໄໝ ນຳເຂົ້າຈາກປະເທດເອີຣົບ, ກາເຟທີ່ສົ່ງອອກພາຍໃນ ແລະ ຕ່າງປະເທດ ລວມມີ ກະເຟດິບ ແລະ ກະເຟສຳເລັດຮູບ.
ຈຸດທີ2: ແມ່ນໄດ້ຢ້ຽມຊົມ ສະຫະກອນຜູ້ຜະລິດກະເຟເຂດພູພຽງບໍລິເວນ ທີ່ເປັນອົງການຈັດຕັ້ງຂອງຊາວສວນກາເຟ ເພື່ອປັບປຸງດ້ານເງື່ອນໄຂຊີວິດການເປັນຢູ່ໃຫ້ດີຂຶ້ນຂອງປະຊາຊົນໃນເຂດທ້ອງຖິ່ນ; ໃຫ້ກຽດຕ້ອນຮັບຂອງທ່ານ ຄຳພັນ ແກ້ວທະວີ ຮອງຜູ້ຈັດການສະຫະກອນ ໂດຍທ່ານ ໄດ້ອະທິບາຍໂດຍລວມ ກ່ຽວກັບການຜະລິດ ແລະ ການຕະຫຼາດ, ເປັນສະຫາກອນ ທີ່ໄດ້ຮັບການຍອມຮັບຂອງຕະຫຼາດໂລກ, ທັງເປັນກະເຟປອດສານພິດ, ເຊີ່ງມີຊາວກະສີກອນທີ່ຜະລິດ ຢູ່ທັງໝົດ 928 ຄອບຄົວ, ກວມເອົາສາມແຂວງໆຈຳປາສັກ, ສາລະວັນ, ເຊກອງ.
ຫຼັງຈາກນັ້ນກໍ່ໄດ້ທ່ຽວຊົມສວນຢ່າງພາລານິຄົມ 1 ເຊິ່ງເປັນຈຸດສຸດທ້າຍຂອງການລົງທັດສະນະເພື່ອແລກປ່ຽນຄວາມຮູ້ ໃຫ້ແກ່ນັກສຳມະນາກອນທັງ 5 ແຂວງພາກໃຕ້; ໂດຍການຕ້ອນຮັບຂອງປະທານບໍລິສັດ ໃຫ້ກຽດພາທຽ່ວຊົມສວນຢາງພາລາ ແລະ ທ່ຽວຊົມໂຮງງານ ພ້ອມທັງອະທິບາຍແຕ່ລະຂັ້ນຕອນ ໃນການຜິດລິດຢາງພາລາສຳເລັດຮູບ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 131 |
![]() | ມື້ວານນີ້ | 171 |
![]() | ອາທິດນີ້ | 730 |
![]() | ເດືອນນີ້ | 1449 |
![]() | ທັງໝົດ | 158851 |