ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ຢ່າງສຸດໃຈ! ປະທານ ໄກສອນ ພົມວິຫານ ຍືນຍົງ ໃນພາລະກິດປະຕິວັດ ຂອງພັກປະຊາຊົນປະຕິວັດລາວ

  • ເມືອງ ຊະນະສົມບູນ ແຂວງຈຳປາສັກ ຈັດພິທ
  • ໂຮງຮຽນການເມືອງ-ການປົກຄອງແຂວງ ໄດ້ຈັ
  • ກອງປະຊຸມ ແຜນເຄື່ອນໄຫວລົງຕິດຕາມ, ກວດ
  • 2 ໜ່ວຍພັກຮາກຖານ​ ໄດ້ຮັບໃບຢັ້ງຢືນໜ່ວ
  • ເຈົ້າແຂວງຈໍາປາສັກ​ ພ້ອມຄະນະ​ ເຄື່ອ
  • ພະແນກການເງິນແຂວງ ຈັດພິທີຮັບໃບຢັ້ງຢ
2 ໜ່ວຍພັກຮາກຖານ​  ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ,​ ເຂັ້ມແຂງ​ ແລະ​ ໜັກແໜ້ນ ປະຈໍາປີ​ 2022​

2 ໜ່ວຍພັກຮາກຖານ​ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ,​ ເຂັ້ມແຂງ​ ແລະ​ ໜັກແໜ້ນ ປະຈໍາປີ​ 2022​

    ວັນທີ​ 5 ພຶດສະພາ​ 2023,​ ໄດ້ມີພິທີມອບ​ -  ຮັບ​ ໃບຢັ້ງຢືນໜ່ວຍພັກປອດໃສ,​ ...
ເຈົ້າແຂວງຈໍາປາສັກ​ ພ້ອມຄະນະ​ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງປາກຊ່ອງ

ເຈົ້າແຂວງຈໍາປາສັກ​ ພ້ອມຄະນະ​ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງປາກຊ່ອງ

        ໃນຕອນເຊົ້າ ຂອງວັນທີ 4 ພຶດສະພາ​ 2023,​ ທ່ານ​ ປອ.​ວິໄລວົງ​ ບ...
ພະແນກການເງິນແຂວງ ຈັດພິທີຮັບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາປີ 2022

ພະແນກການເງິນແຂວງ ຈັດພິທີຮັບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາປີ 2022

     ໃນຕອນບ່າຍຂອງວັນທີ 30 ມີນາ 2023, ທີ່ຫອ້ງປະຊຸມຂອງພະແນກການເງິນ ແຂວງຈຳປາສັ...
Previous
Next

ຂ່າວໃໝ່

ກອງປະຊຸມ ວຽກງານການເມືອງ-ແນວຄິດທົ່ວແຂວງ ຄັ້ງທີ V

ເພື່ອຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ເຂົ້າໃນຊີວິດສັງຄົມໃຫ້ປະກົດຜົນເປັນຈິງ, ຄະນະບໍລິຫານງານພັກແຂວງຈຳປາສັກ ໄດ້ເປີດກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ V.

ໃນຕອນເຊົ້າ ຂອງວັນທີ 27 ກຸມພາ 2023 ຄະນະບໍລິຫານງານພັກແຂວງຈຳປາສັກ ໄດ້ເປີດມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວແຂວງ ຂຶ້ນຢູ່ທີ່ສະໂມສອນຂອງແຂວງ, ໂດຍພາຍໃຕ້ການໃຫ້ກຽດເປັນປະທານ ຂອງສະຫາຍ ປະລິນຍາເອກ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ; ປະທານຮ່ວມ ມີ ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນຳວຽກງານແນວຄິດ, ສະຫາຍ ປະລິນຍາເອກ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການອ້ອມຂ້າງແຂວງ ຕະຫຼອດຮອດສະມາຊິກພັກ-ພະນັກງານທົ່ວແຂວງຈຳປາສັກ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງກອງປະຊຸມ ກໍ່ເພື່ອໃຫ້ຄະນະພັກແຂວງ-ອົງການອ້ອມຂ້າງແຂວງ ຕະຫຼອດຮອດສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນສັງຄົມ ໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນ ເນື້ອໃນຂອງກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຢ່າງເລິກເຊິ່ງ. ບົນພື້ນຖານດັ່ງກ່າວ ເພື່ອຍົກສູງນ້ຳໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ເພື່ອສ້າງກຳລັງແຮງ ແຫ່ງຄວາມເປັນເອກະພາບດ້ານການເມືອງ-ແນວຄິດ ແລະ ກຳລັງແຮງໃນການຈັດຕັ້ງປະຕິບັດພາລະກິດປະຕິວັດຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັບປະກັນຄວາມສະຖຽນລະພາບທາງດ້ານການເມືອງ, ມີຄວາມໝັ້ນຄົງ, ຄວາມສະຫງົບສຸກ, ຍັງຕ້ອງໄດ້ເອົາບົດສະຫຼຸບຕີລາຄາການປະຕິບັດວຽກງານການເມືອງ-ແນວຄິດ 5 ປີຜ່ານມາ ໃນຂັ້ນທີ່ຕົນຮັບຜິດຊອບນັ້ນ ມາຈັດຕັ້ງຜັນຂະຫຍາຍໄປພ້ອມໆກັນ ໃຫ້ທ່ວງທັນກັບສະພາບໃນປະຈຸບັນ.

 

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195

ລົດກູ້ໄພ:       1623
ໄຟຟ້າ:         1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 2  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

158837
ມື້ນີ້ມື້ນີ້117
ມື້ວານນີ້ມື້ວານນີ້171
ອາທິດນີ້ອາທິດນີ້716
ເດືອນນີ້ເດືອນນີ້1435
ທັງໝົດທັງໝົດ158837

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້

ກິດຈະກຳ