ໃນຕອນບ່າຍ ຂອງວັນທີ 30 ມັງກອນ 2023 ທີ່ວິທະຍາໄລການເງີນພາກໃຕ້ ຈັດພິທີປາຖະກະຖາວັນຊາດ ທີ 2 ທັນວາ ຄົຮອບ 47 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ແລະ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 5 ສະໄໝທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະຄັ້ງທີ 9 ສະໄໝທີ VIII ຂອງແຂວງຈຳປາສັກ; ເຊິ່ງໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຂອງວິທະຍາໄລການເງິນພາກໃຕ้.
ໂດຍພາຍໃຕ້ການໃຫ້ກຽດເປັນປະທານ ແລະ ບັນລະຍາຍເອກະສານຂອງທ່ານ ບົວສອນ ວົງຫາຈັກ ເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີທ່ານ ປອ ບຸນເພັງ ພົມມາພັກດີ ເລຂາໜ່ວຍພັກ ຜູ້ອຳນວຍການ ໂຮງຮຽນວິທະຍາໄລການເງີນພາກໃຕ້ ມີຄະນະພັກຮາກຖານ, ຫົວໜ້າຂະແໜງ-ຮອງະແໜງ ຫົວໜ້າສູນຝືກ, ພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມທັງໝົດ 60 ທ່ານ, ຍິງ 35 ທ່ານ; ສະມາຊິກພັກ 32 ສະຫາຍ, ຍິງ 19 ສະຫາຍ.
ໃນພິທີທ່ານປະທານໄດ້ກ່າວປາຖະກະຖາ ເລົ່າເຖິງມູນເຊື້ອສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ ທຸກຊັ້ນຄົນ. ນ້ຳໃຈຕໍ່ສູ້ຕ້ານການຮຸກຮານຂອງລ່າເມືອງຂຶ້ນ, ເຊິ່ງເຮັດໃຫ້ພັກເຮົາໄດ້ຮ່ຳຮຽນເອົາມູນເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ແລະ ການດຳລົງຊີວິດຂອງປະທານ ໄກສອນ ພົມວິຫານ ຖືເອົາແນວຄິດ ໄກສອນ ພົມວິຫານ ເປັນທິດນຳໃນການຈັດຕັ້ງ, ປັບປຸງໜ້າທີ່ວຽກງານ ໃຫ້ບັນລຸປະສິດທິຜົນສູງ.ອັນເດັດດ່ຽວໜ້ຽວແໜ້ນ, ມີຄວາມສາມັກຄີ, ເພື່ອຕໍ່ສູ້ກັບສັດຕູ ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສະຖາປານາເປັນສາທາລະນະລັດປະຊາທິປະໄຕປະຊາຊົນລາວຂື້ນໃນວັນທີ 2 ທັນວາ 1975.
ໃນໂອກາດດຽວກັນນີ້ ທ່ານປະທານ ຍັງໄດ້ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ສະໄໝທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະ ຄັ້ງທີ 9 ສະໄໝທີ VIII ຂອງແຂວງຈຳປາສັກ; ເຊິ່ງທ່ານໄດ້ຜ່ານມະຕິກອງປະຊຸມຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາ ຄົ້ນຄ້ວາ ປຶກສາຫາລື ແລະ ໃຫ້ທິດຊີ້ນຳຕໍ່ບັນຫາສຳຄັນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ, ວຽກງານຈຸດສຸມທ້າຍປີ ແລະ ທິດທາງແຜນການຕິດພັນກັບ 2 ວາລະແຫ່ງຊາດ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 114 |
![]() | ມື້ວານນີ້ | 171 |
![]() | ອາທິດນີ້ | 713 |
![]() | ເດືອນນີ້ | 1432 |
![]() | ທັງໝົດ | 158834 |