ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ຢ່າງສຸດໃຈ! ປະທານ ໄກສອນ ພົມວິຫານ ຍືນຍົງ ໃນພາລະກິດປະຕິວັດ ຂອງພັກປະຊາຊົນປະຕິວັດລາວ

  • ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດວ້ຍ
  • ພິທີປິດຊຸດຝຶກອົບຮົມວຽກງານ ໂຄສະນາອົ
  • ພິທີເປີດບັ້ນຊຸດຝຶກອົບຮົມເປົ້າຫມາຍ
  • ເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ຈັດ
  • ວິທະຍາໄລການເງີນພາກໃຕ້ ຈັດພິທີ ປາຖະ
  • ກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມທ
ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດວ້ຍນັກສຳມະນາກອນຄະນະໂຄສະນາອາອົບຮົມ 5 ແຂວງພາກໃຕ້ ລົງເຄື່ອນໄຫວທັດສະນາສຶກສາ

ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດວ້ຍນັກສຳມະນາກອນຄະນະໂຄສະນາອາອົບຮົມ 5 ແຂວງພາກໃຕ້ ລົງເຄື່ອນໄຫວທັດສະນາສຶກສາ

ຄະນະໂຄສະນາອົບຮົມສູນກາງພັກ ແລະ ນັກສຳມະນາກອນທັງໝົດ 5 ແຂວງພາກໃຕ້ ລົງທັດສະນາສຶກສາ ທ່ຽວຊົມການຜະລິດທີ່ເ...
ພິທີປິດຊຸດຝຶກອົບຮົມວຽກງານ ໂຄສະນາອົບຮົມ  5 ແຂວງພາກໃຕ້ປະຈໍາປີ 2023 ທີ່ແຂວງຈໍາປາສັກ

ພິທີປິດຊຸດຝຶກອົບຮົມວຽກງານ ໂຄສະນາອົບຮົມ 5 ແຂວງພາກໃຕ້ປະຈໍາປີ 2023 ທີ່ແຂວງຈໍາປາສັກ

ໃນວັນທີ 8 ມີນາ 2023 ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີຝຶກອົບຮົມວຽກງານໂຄສະນາອົບຮົມ 5 ແຂວງພາກ...
ພິທີເປີດບັ້ນຊຸດຝຶກອົບຮົມເປົ້າຫມາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ I ປະຈໍາປີ 2023

ພິທີເປີດບັ້ນຊຸດຝຶກອົບຮົມເປົ້າຫມາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ I ປະຈໍາປີ 2023

  ໃນຕອນເຊົ້າ ຂອງວັນທີ 15 ກຸມພາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດບັ້ນຊຸດຝຶກອົບຮົ...
Previous
Next

ຂ່າວໃໝ່

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ຕ້ອນຮັບ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະກົມ ເນື່ອງໃນໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ຕ້ອນຮັບ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະກົມ ເນື່ອງໃນໂອກາດລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ  

   ໃນວັນທີ 16 ມັງກອນ 2023; ຄະນະໂຄສະນາອົບຮົມແຂວງຈໍາປາສັກ ນຳໂດຍທ່ານ ປອ ສຸປານີ ສິລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຕ້ອນຮັບ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະບັນດາທ່ານຫົວໜ້າກົມ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ 4 ແຂວງພາກໃຕ້ ເວົ້າລວມ, ເວົ້າສະເພາະ ຄະນະໂຄສະນາອົບຮົມແຂວງຈໍາປາສັກ. ເຂົ້າຮ່ວມມີ ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານຂອງແຂວງ; ມີບັນດາທ່ານຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາທ່ານຄະນະໂຄສະນາອົບຮົມນະຄອນປາກເຊ ແລະ 9 ເມືອງ;  ພ້ອມດ້ວຍພະນັກ ງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ. 

   ໃນພິທີ ທ່ານ ປອ ສຸປານີ ສິລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມແຂວງ, ນະຄອນ-ເມືອງ, ລາຍງານສະພາບລວມ ຂອງການເຄື່ອນໄຫວວຽກງານໂຄສະນາອົບຮົມທົ່ວແຂວງ ໃນໄລຍະຜ່ານມາ ເຊິ່ງມີທັງດ້ານດີ, ດ້ານອ່ອນ, ສາເຫດ ແລະ ຄວາມຫຍຸ້ງຍາກໃນການເຄື່ອນໄຫວເຮັດວຽກງານການເມືອງ-ແນວຄິດໃຫ້ແກ່ເປົ້າໝາຍຕ່າງໆ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX, ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຂວງ, ຂອງນະຄອນ-ເມືອງ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ. ຈາກນັ້ນ, ກໍໄດ້ມີການແລກປ່ຽນບົດຮຽນ ແລະ ປຶກສາຫາລື ລະຫວ່າງບັນດາຫົວໜ້າກົມ ແລະ ຄະນະໂຄອົບຮົມແຂວງ, ນະຄອນ-ເມືອງ ເພື່ອຫາວິທີແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ພ້ອມທັງວາງທິດທາງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນຕໍ່ໜ້າມີການຫັນປ່ຽນໃໝ່ດີຂື້ນ.

  ພ້ອມນັ້ນ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ກໍໄດ້ມີຄໍາເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດຂອງຄະນະໂຄສະນາອົບຮົມແຂວງ, ນະຄອນ, ເມືອງ ທີ່ຍາດມາໄດ້ໃນໄລຍະຜ່ານມາ ເຖິງວ່າສະພາບການຫຼາຍຢ່າງໄດ້ພົບຄວາມຫຍຸ້ງຍາກ; ແຕ່ເຖິງຢ່າງໃດກໍຕາມ ກໍພ້ອມກັນປັບປຸງວຽກງານໂຄສະນາອົບຮົມ ໃຫ້ໄປສູ່ການຫັນປ່ຽນໃໝ່ ໂດຍສະເພາະການປັບປຸງກົງຈັກ, ປັບປຸງພາລະບົດບາດ, ສິດ, ໜ້າທີ່ ການເຄື່ອນໄຫວຄະນະໂຄສະນາອົບຮົມແຂວງ ນະຄອນ-ເມືອງ ສາມາດຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ພ້ອມທັງປັບປຸງກົນໄກການພົວພັນວຽກງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ວ່ອງໄວທັນການ; ພ້ອມນັ້ນ ກໍມີຄຳເຫັນຊີ້ນໍາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຄະນະໂຄສະນາອົບຮົມໃນຕໍ່ໜ້າ ເຊິ່ງມີບາງບັນຫາດັ່ນີ້:

  1. ການສຶກສາອົບຮົມການເມືອງ-ແນວຄິດ ຕ້ອງສ້າງໃຫ້ມີການຫັນປ່ຽນດ້ານແນວຄິດ, ຈິນຕະນາການ, ຕ້ານການຫັນປຽນໂດຍສັນຕິ, ຍົກສູງນຳ້ໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຫັນວິກິດໃຫ້ເປັນໂອກາດ ສາມາດກຸ້ມໂຕເອງ.
  2. ເອົາໃຈໃສ່ຂະບວນການຮັກຊາດ ແລະ ພັດທະນາ, ປະຕິບັດມະຕິກອງປະຊຸມໃຫຍ່, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ກໍຄື 2 ວາລະແຫ່ງຊາດ ໃຫ້ເຂົ້າສູ່ວິດຕົວຈິງຂອງສັງຄົມ ໂດຍຮັບປະກັນຄຸນພາບສູງ.
  3. ເຂົ້າຮ່ວມ, ເຜີຍແຜ່ ກະກຽມກອງປະຊຸມໃຫຍ່ 3 ຂັ້ນ ໂດຍຜັນຂະຫຍາຍເປັນແຜນ ການລະອຽດ ເຮັດໃຫ້ວຽກງານໂຄສະນາອົບຮົມກ້າວໜ້າ ແລະ ຟົດຟື້້ນໃນຂະບວນການດັ່ງກ່າວ.
  4. ປັບປຸງກົນຈັກການຈັດຕັ້ງໃຫ້ລະອຽດ ແລະ ມີປະສິດທິຜົນ ເພື່ອເຄື່ອນໄຫວວຽກງານຢ່າງມີຄຸນະພາບ.
  5. ປັບປຸງເນື້ອໃນໂຄສະນາ, ເນື້ອໃນອົບຮົມ ໃຫ້ມີຄວາມແຫຼມຄົມ ແລະ ແທດເໝາະກັບສະພາບຕົວຈິງ ໂດຍສະເພາະດ້ານທິດສະດີ-ແນວທາງຂອງພັກ ແລະ ສົມທົບຫຼາຍຮູບການເຄື່ອນໄຫວອົບຮົມ ເພື່ອເຮັດໃຫ້ພະນັກງານກຳແໜ້ນທິດສະດີ-ແນວທາງຢ່າງຖືກຕ້ອງ, ຄົບຖວ້ນ, ມີຫຼັກມັ້ນການເມືອງໜັກແໜ້ນ..
  6. ປັບປຸງແບບແຜນການເຄື່ອນໄຫວ ຢ່າງມີຫຼາຍຮູບຫຼາຍສີ ສາມາດຕອບໂຕ້ກຸ່ມຄົນບໍ່ຫວັງດີຢ່າງທັນການ.
  7. ບຸກຄະລາກອນທີ່ເຮັດໜ້າທີໂຄສະນາປາຖະກະຖາ ຕ້ອງເປັນຄົນທີ່ມີຄຸນນະວຸດທິ, ມີປະສົບການຕົວຈິງ.
  8. ພະນັກງານ-ສະມາຊິກພັກຂອງໂຄສະນາອົບຮົມ ເອົາໃຈໃສ່ເປັນເຈົ້າການສຶກສາຄົ້ນຄວ້າບັນດານິຕິກຳ, ເອກະສານ, ຂໍ້ມູນຕ່າງໆຢ່າງຄົບຖວ້ນ ແລະ ເປັນປະຈຳ, ສ້າງວິໄນ ແລະ ຊີວິດສັງຄົມໃນການອ່ານ, ຕ້ອງຍົກສູງຄວາມຮັບຮູ້ຂອງຕົນໃຫ້ກາຍເປັນມືອາຊີບ, ເອົາໃຈໃສ່ເຄື່ອນໄຫວວຽກງານ, ເຮັດແທ້ທຳຈິງ, ເປັນແບບຢ່າງນຳໜ້າມະຫາຊົນ.
  9. ຫັນເປັນທັນສະໄໝ ( ການໂຄສະນາ, ການຕອບໂຕ້, ການຮັບ-ສົ່ງຂໍ້ມູນທີ່ສະໄໝ ໄປເຖິງການສ້າງຄົນໃຫ້ທັນສະໄໝ).
  10.  ຍົກຖານະບົດບາດຂອງໂຄສະນາອົບຮົມໃຫ້ສູງຂຶ້ນ ( ໂດຍຫົວໜ້າຕ້ອງແມ່ນຄະນະປະຈຳພັກແຂວງ, ເມືອງ-ນະຄອນ ) ຍົກສູງສຳນັກງານອົບການໃຫ້ເດັ່ນ, ສະອາດສວຍງາມ.
  11.  ຄະນະພັກ ຕ້ອງເອົາໃຈໃສ່ຊີ້ນຳ-ນຳພາວຽກງານໂຄສະນາອົບຮົມ.
  12.  ສະໜອງພາຫະນະ, ອຸປະກອນ, ງົບປະມານ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມຢ່າງພຽງພໍ.
  13.  ປັບປຸງກົນໄກການປະສານງານລະຫວ່າງສູນກາງ-ແຂວງ-ເມືອງ-ນະຄອນ ໃຫ້ຄົບຖວ້ນວ່ອງໄວ ແລະ ທັນການ.

 

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195

ລົດກູ້ໄພ:       1623
ໄຟຟ້າ:         1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

145602
ມື້ນີ້ມື້ນີ້65
ມື້ວານນີ້ມື້ວານນີ້414
ອາທິດນີ້ອາທິດນີ້1002
ເດືອນນີ້ເດືອນນີ້4096
ທັງໝົດທັງໝົດ145602

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້

ກິດຈະກຳ