ພິທີປິດຊຸດຝືກອົບຮົມທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຮຸ່ນທີ XII ປະຈຳປີ 2022 ຂອງນະຄອນປາກເຊ
ໃນຕອນເຊົ້າຂອງວັນທີ 16 ທັນວາ 2022 ນະຄອນປາກເຊ ໄດ້ຈັດພິທີປິດຊຸດຝືກອົບຮົມທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຮຸ່ນທີ XII ປະຈຳປີ 2022 ພິທີໄດ້ມີຂື້ນທີ່ສະໂມສອນຂອງນະຄອນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ບົວລີ ເພັດສົງຄາມ ຄະນະປະຈຳພັກແຂວງ ເລຂາພັກນະຄອນ ເຈົ້ານະຄອນປາກເຊ
ມີ ສະຫາຍ ບຸນປັນ ມະຫາລາດ ຄະນະໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ວິລັດ ນຽມທະຈິດ ຄະນະປະຈຳພັກນະຄອນ ຫົວໜ້າຄະນະໂຄສະນາອົບຮົມນະຄອນ, ພ້ອມດ້ວຍບັນດາສະຫາຍ ເລຂາຄະນະພັກຮາກຖານ, ນັກວິທະຍາກອນ, ຄະນະຮັບ ຜິດຊອບຊຸດອົບຮົມ ແລະ ນັກສຳມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ສະຫາຍ ວິລັດ ນຽມທະຈິດ ຄະນະປະຈຳພັກນະຄອນ ຫົວໜ້າຄະນະໂຄສະນາອົບຮົມນະຄອນ ໄດ້ໃຫ້ກຽດມີຄໍາເຫັນກ່າວເປີດພິທີຢ່າງເປັນທາງການ, ຈາກນັ້ນ ສະຫາຍ ນາງ ກົງແສງ ສີຫານາດ ຮອງຫົວໜ້າຄະນະໂຄສະນາອົບຮົມນະຄອນ ໄດ້ຂຶ້ນຜ່ານບົດສະຫຼຸບການຮຽນການສອນ ຂອງຊຸດຝືກອົບຮົມທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຮຸ່ນທີ XII ປະຈຳປີ 2022; ພ້ອມທັງ ຜ່ານມະຕິຕົກລົງ ວ່າດ້ວຍການປິດຊຸດຝຶກອົບຮົມ ແລະ ຂ້ຕົກລົງ ວ່າດ້ວຍການມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ທີ່ສໍາເລັດການຝືກອົບຮົມທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຮຸ່ນທີ XII ປະຈຳປີ 2022.
ຈາກນັ້ນ, ສະຫາຍ ບົວລີ ເພັດສົງຄາມ ຄະນະປະຈຳພັກແຂວງ ເລຂາພັກນະຄອນ ເຈົ້ານະຄອນປາກເຊ ປະທານພິທີ ໄດ້ໃຫ້ກຽດ ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ທີ່ສໍາເລັດການຝືກອົບຮົມທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຮຸ່ນທີ XII ປະຈຳປີ 2022 ເຊິ່ງມີຈໍານວນທັງໝົດ 48 ສະຫາຍ ຍິງ 12 ສະຫາຍ; ພ້ອມນັ້ນ ກໍໄດ້ມີຄໍາເຫັນໂອ້ລົມ-ຊີ້ນໍາ ຕໍ່ພິທີດັ່ງກ່າວ ຢ່າງມີເນື້ອໃນຄົບຖ້ວນ ແລະ ເລິກເຊິ່ງ.
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 55 |
![]() | ມື້ວານນີ້ | 414 |
![]() | ອາທິດນີ້ | 992 |
![]() | ເດືອນນີ້ | 4086 |
![]() | ທັງໝົດ | 145592 |