ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມເປັນປະທານກອງປະຊຸມຄົບຄະນະບໍລິຫານງານພັກເມືອງຊະນະສົມບູນ ກາງສະໄໝ ທີ VIII
ໃນລະຫ່ວາງ ວັນທີ 14 -16 ພະຈິກ 2022 ສະຫາຍ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນນາມຄະນະພັກແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມຄົບຄະນະບໍລິຫານງານພັກເມືອງຊະນະສົມບູນ ກາງສະໄໝທີ VIII ເຊີ່ງໄດ້ຈັດຂຶ້ນທີ່ສະໂມສອນຂອງເມືອງ.
ໂດຍມີ ສະຫາຍ ປອ ສຸກສະຫວັນ ວິໄລວົງ ຄະນະປະຈຳພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ທັງເປັນຜູ້ຊີ້ນຳວຽກງານຮອບດ້ານຂອງເມືອງຊະນະສົມບູນ, ມີສະຫາຍ ສອນສະຫວັນ ສີວິໄລ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊະນະສົມບູນ, ມີສະຫາຍ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານກຸ່ມບ້ານ, ເລຂາໜ່ວຍພັກຮາກຖານບ້ານ, ເລຂາຄະນະພັກ, ໜ່ວຍພັກຮາກຖານຫ້ອງອ້ອມຂ້າງເມືອງ, ຮອງເລຂາຄະນະພັກຮາກຖານ ກຳລັງ ປກຊ-ປກສ ເຂົ້າຮ່ວມທັງໝົດ 102 ສະຫາຍ, ຍິງ 18 ສະຫາຍ.
ໃນກອງປະຊຸມ ໄດ້ລາຍງານບົດສະຫຼຸບການນຳພາຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ ໃນໄລຍະກາງສະໄໝ, ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ບົດສຳຫຼວດການນຳພາລວມ ຈາກສະຫາຍຮອງເລຂາພັກເມືອງ. ພ້ອມດຽວກັນນັ້ນ, ກອງປະຊຸມ ຍັງຈະໄດ້ດຳເນີນການທາບທາມຢັ່ງຫາງສຽງ ຄວາມໄວ້ວາງໃຈຕໍ່ບຸກຄົນໃນຄະນະພັກ ແລະ ດຳເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານພັກເມືອງ, ເຊິ່ງກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນເວລາ 3 ວັນ ແລະ ໄດ້ສຳເລັດລົງ ໃນວັນທີ 16 ພະຈິກ 2022.
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 7 |
![]() | ມື້ວານນີ້ | 184 |
![]() | ອາທິດນີ້ | 150 |
![]() | ເດືອນນີ້ | 961 |
![]() | ທັງໝົດ | 137843 |