ເມືອງສຸຂຸມາ ຈັດພິທີປາຖະກະຖາເລົ່າມູນເຊື້ອ 3 ວັນປະຫັວດສາດສຳຄັນ ຂອງພັກ - ຂອງຊາດ ແລະ ສາກົນ
ໃນຕອນເຊົ້າ ວັນທີ 19 ຕຸລາ 2022 ນີ້, ເມືອງສຸຂຸມາ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອ 3 ວັນປະຫັວດສາດສຳຄັນ ຂອງພັກ - ຂອງຊາດ ແລະ ສາກົນກໍ່ຄື: ວັນສ້າງຕັ້ງການທູດລາວ (12.10.1945 - 12.10. 2022) ຄົບຮອບ 77 ປີ, ວັນປະກາດເອກະລາດ (12.10.1945-12.10.2022 ) ຄົບຮອບ 77 ປີ , ເອກະສານ ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຂອງ ສປປ ລາວ ( 17.10.1987 ແລະ 17-24.10.2003 ຫາ 2022 ) ຄົບຮອບ 35 ປີ ແລະ ຄົບຮອບ 19 ປີ, ຢູ່ທີ່ສະໂມສອນຂອງເມືອງ; ໂດຍການໃຫ້ກຽດເປັນປະທານ ຂອງສະຫາຍ ສົມເພັດ ບຸດສະດີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆສຸຂຸມາ.
ພິທີດັ່ງກ່າວ ຈັດຂຶ້ນໂດຍຄວາມເປັນເຈົ້າການຂອງຄະນະໂຄສະນາອົບຮົມເມືອງ ; ເຊິ່ງໃຫ້ກຽດໃນການເຂົ້າຮ່ວມຮັບຟັງການປາຖະກະຖາຄັ້ງນີ້: ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫ້ອງການ, ເລຂາຄະນະພັກຮາກຖານ 6 ກຸ່ມບ້ານ, ກຳລັງ ປກສ-ປກຊ, ພະນັກງານ-ລັດຖະກອນ ອ້ອມຂ້າງເມືອງ, ເລຂາພັກບ້ານໃຫ່ຍ 4 ບ້ານ ເຊິ່ງມີຈຳນວນພົນ 137 ສະຫາຍ, ຍິງ 25 ສະຫາຍ.
ການປາຖະກະຖາຄັ້ງນີ້ ເພື່ອສະແດງໃຫ້ເຫັນເຖິງຜົນງານ ແລະ ການຕໍ່ສູ້ກູ້ຊາດອັນພິລະອາດຫານ ທີ່ເຕັມໄປດ້ວຍການເສຍສະຫຼະຂອງກອງທັບ ແລະ ປະຊາຊົນລາວ ຕ້ານການຮຸກຮານຂອງພວັກລ່າເມືອງຂຶ້ນແບບເກົ່າ; ເພືອເປັນການປຸກລະດົມປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະ ພາຍໃນເມືອງ ໃຫ້ສືບຕໍໍ່ປະກອບສ່ວນເຂົ້າໃນພາລະກິດລຶບລ້າງຄວາມທຸກຍາກ ແລະ ໄພອຶດຫິວ ຢູ່ ສປປ ລາວ ໃຫ້ສໍາເລັດຕາມຄາດໝາຍທີ່ພັກ-ລັດວາງໄວ້.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 5 |
![]() | ມື້ວານນີ້ | 184 |
![]() | ອາທິດນີ້ | 148 |
![]() | ເດືອນນີ້ | 959 |
![]() | ທັງໝົດ | 137841 |