ເມືອງ ປະທຸມພອນ ຈັດພິທີເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໃໝທີ VIII ແລະປາຖະກະຖາ 2 ວັນປະຫວັດສາດ
ຕອນເຊົ້າວັນທີ 6 ຕຸລາ 2022 ນີ້ ຢູ່ທີ່ສະໂມສອນເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຈັດພິທີແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໄໝທີ VIII ແລະ ປາຖະກະຖາ 2 ວັນປະຫວັດສາດ(ວັນຍືດອຳນາດທົ່ວປະເທດ ສປປລາວ ຄົບຮອບ 77 ປີ ແລະ ວັນສ້າງຕັ້ງອາຊຽນຄົບຮອບ 55 ປີ) ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ວຽງສະໄໝ ສີລິພອນພັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆປະທຸມພອນ, ມີສະຫາຍຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງຕະຫຼອດຮອດພະນັກງານລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ວຽງສະໄໝ ສີລິພອນພັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆປະທຸມພອນ ໄດ້ໃຫ້ກຽດເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໃໝທີ VIII. ເຊິ່ງໄດ້ຍົກໃຫ້ເຫັນການກວດກາຕີລາຄາຜັນຂະຫຍາຍ ແລະ ການຈັດຕັ້້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມຄົບຄະນະບໍລິຫານພັກແຂວງຄັ້ງທີ 7 ສະໄໝທີ VIII, ແຜນພັດທະນາເສດຖະກິດສັງຄົມ 6 ເດືອນຕົ້ນປີ 2022 ແລະ ຄົ້ນຄວ້າປຶກສາຫາລືເນື້ອໃນບາງຂົງເຂດ.
ຈາກນັ້ນ ສະຫາຍ ບຸນປອນ ສັງໂສພອນ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ກໍ່ໄດ້ໃຫ້ກຽດປາຖະກະຖາເອກະສານ 2 ວັນປະຫວັດສາດ ຄື: ວັນຍືດອຳນາດທົ່ວປະເທດ ສປປລາວ ຄົບຮອບ 77 ປີ( 23/8/1945-23/8/2022) ແລະ ວັນສ້າງຕັ້ງອາຊຽນ ຄົບ ຮອບ 55 ປີ (8/8/1967-8/8/2022)ຕື່ມອີກດ້ວຍ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 138 ຄົນ/ຍິງ 56 ຄົນ, ສາມະຊິກພັກ 111 ສະຫາຍ ຍິງ 40 ສະຫາຍ.
ມີ 15 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 19 |
![]() | ມື້ວານນີ້ | 184 |
![]() | ອາທິດນີ້ | 162 |
![]() | ເດືອນນີ້ | 973 |
![]() | ທັງໝົດ | 137855 |