ນະຄອນປາກເຊ ແຂວງຈຳປາສັກ ຈັດພິທີປາຖະກະຖາວັນສຳຄັນຂອງພັກ ຂອງຊາດ
ໃນຕອນເຊົ້າວັນທີ 18 ສິງຫາ 2022 ທີ່ສະໂມສອນນະຄອນປາກເຊ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ ( 13 ສິງຫາ 1950- 13 ສິງຫາ 2022 ) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 20 ປີ ( 9 ກັນຍາ 2002- 9 ກັນຍາ 2022 ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄອນສະຫວັນ ວັນນິວົງຄຳ ຮອງເລຂາຄະນະບໍລິຫານງານພັກນະຄອນປາກເຊ (ຜູ້ຊີ້ນຳວຽກງານຈັດຕັ້ງພັກ-ພະນັກງານ).
ເຊິ່ງມີ ຄະນະປະຈຳພັກນະຄອນ, ກຳມະການພັກນະຄອນ, ອົງຄະນະພັກ ປກຊ-ປກສ, ຫົວຫນ້າຫ້ອງການ, ຮອງຫົວຫນ້າຫ້ອງການ, ພ້ອມດ້ວຍພະນັກງານ-ລັດຖະກອນ, ພະສົງ, ຄະນະກຳມະການແນວລາວນະຄອນ, ຄະນະສະຫະພັນນັກຮົບເກົ່າ, ປະທານແນວບ້ານ ໃນທົ່ວນະຄອນປາກເຊ ເຂົ້າຮ່ວມຈຳນວນທັງຫມົດ 95 ສະຫາຍ, ຍິງ 40 ສະຫາຍ, ພະສົງ 1 ອົງ.
ພິທີດັ່ງກ່າວ ແມ່ນເພື່ອຫວນຄືນມູນເຊື້ອຄວາມອົງອາດກ້າຫານ, ຄວາມເສຍສະຫຼະ ຂອງບັນດານັກຮົບ ແລະ ແນວລາວ, ພ້ອມທັງຍົກສູງຜົນງານອັນຍິ່ງໃຫຍ່ໃນການເຄື່ອນໄຫວໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ແກ່ພະນັກງານສະມາຊີິກພັກໃນທົ່ວນະຄອນປາກເຊ ໄດ້ຮັບຮູ້ ກໍາແໜ້ນຢ່າງເລິກເຊິ່ງ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 116 |
![]() | ມື້ວານນີ້ | 171 |
![]() | ອາທິດນີ້ | 715 |
![]() | ເດືອນນີ້ | 1434 |
![]() | ທັງໝົດ | 158836 |