ເມືອງສຸຂຸມາ ຈັດພິທີປາຖະກະຖາປີສະມັກຄີ ລາວ-ຫວຽດນາມ
ໂດຍອີງຕາມແຈ້ງການແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 23/ຄອສພ, ລົງວັນທີ 30 ມີນາ 2022 ແລະ ປະຕິບັດຕາມແຈ້ງການຂອງຄະນະປະຈໍາພັກແຂວງຈໍາປາສັກ ສະບັບເລກທີ 17 ມີນາ 2022, ແຜນເຄື່ອນໄຫວຂອງຄະນະປະຈໍາພັກແຂວງ ເລກທີ 559/ຄອຂ.ຈສ, ລົງວັນທີ 7 ກໍລະກິດ 2022.
ໃນຕອນເຊົ້າຂອງວັນທີ 25 ກໍລະກົດ 2022 ເມືອງສຸຂຸມາ ໄດ້ຈັດພິທີປາຖະກະຖາ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຄື: ວັນເຊັນສັນຍາມິດຕະພາບ ແລະ ຮ່ວມມື ລາວ - ຫວຽດນາມ ຄົບຮອບ 45 ປີ(18/7/1977 - 18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ - ຫວຽດນາມ ຄົບຮອບ 60 ປິ(5/9/1962 - 5/9/2022), ພາຍໃຕ້ການໃຫ້ກຽດເປັນປະທານຂອງ ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ປະທານກວດກາພັກ ແຂວງ, ໂດຍມີ ສະຫາຍ ພັນໂທ ສົມເພັດ ບຸດສະດີ ກຳມະການພັກແຂວງ ເລຂາຄະນະພັກເມືອງ, ເຈົ້າເມືອງສຸຂຸມາ, ສະຫາຍ ຄໍາໃສ ອຸ່ນແກ້ວ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີສະຫາຍຮອງເລຂາພັກເມືອງ, ສະຫາຍໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ອົງການທຽບເທົ່າ, ອົງຄະນະພັກ ປກຊ-ປກສ, ນັກທຸລະກິດຊາວຫວຽດນາມ, ພະນັກງານຫຼັກແຫຼ່ງ ໃນທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ພິທີໃນຄັ້ງນີ້ ແມ່ນເພື່ອໂຄສະນາ-ສຶກສາອົບຮົມ ໃຫ້ພະນັກງານ - ລັດຖະກອນ, ທະຫານ, ຕຳຫຼວດ ໃນທົ່ວເມືອງ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ໃຫ້ມີຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ, ເລິກເຊິ່ງ, ໜັກແໜ້ນ ແລະ ສຶບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ລະຫວ່າງ ລາວ-ຫວຽດນາມໃຫ້ຫມັ້ນຄົງຂະຫນົງແກ່ນຕະຫລອດໄປ.
ເຊິ່ງສະຫາຍປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ ໃຫ້ກຽດປາຖະກະຖາ ແລະ ໄດ້ຍົກໃຫ້ເຫັນເຖີງຄວາມໝາຍສຳຄັນໃນການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ (05 ກັນຍາ 1962) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ (18 ກໍລະກົດ 1977)ໄດ້ກາຍເປັນສອງ ປະເທດອ້າຍນ້ອງ ທີ່ມີຄວາມໃກ້ຊິດສະໜິດສະໜົົມ ມີຄວາມສາມັກຄີຮັກແພງ ເປັນຈິດໜຶ່ງໃຈດຽວ ແລະ ມີມູນເຊື້ອອັນດີງາມ ມາຕັ້ງແຕ່ດົນນານແລ້ວ ຜ່ານໄລຍະປະຫວັດສາດອັນລະອິດລະອ້ຽວ ການພົວພັນແບບພິເສດ ຕະຫລອດໄລຍະຜ່ານມາຈົນເຖິງປັດຈຸບັນ, ພັກ, ລັດຖະບານ ແລະ ປະຊາ ຊົນທັງສອງປະເທດ ມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຈິງໃຈໃນການຮ່ວມມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຢ່າງສະເໝີ ຕົ້ນສະເໝີປາຍ, ການເສີມຂະຫຍາຍ ສາຍພົວພັນ ມິດຕະພາບ ທີ່ເປັນມູນເຊື້ອອັນດີງາມ, ບໍລິສຸດຜຸດຜ່ອງ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ສືບຕໍ່ໄດ້ຮັບການປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີຮັກແພງ ໃນທາງທີ່ດີ ແລະ ບໍ່ຢຸດຢັ້ງເພື່ອສົ່ງຕໍ່ຈາກຄົນຮຸ່ນກ່ອນສູ່ຄົນຮຸ່ນຫລັງ ແລະ ຮຸ່ນຕໍ່ໆໄປ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນທັງສອງປະເທດລາວ-ຫວຽດນາມ.
ມີ 2 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 117 |
![]() | ມື້ວານນີ້ | 171 |
![]() | ອາທິດນີ້ | 716 |
![]() | ເດືອນນີ້ | 1435 |
![]() | ທັງໝົດ | 158837 |