ພະແນກການເງິນຈັດພິທີປາຖະກະຖາ ເອກະສານວັນສໍາຄັນຂອງພັກ, ຂອງຊາດ ແລະ ຂອງທ່ານຜູ້ນໍາ ໃຫ້ແກ່ພະນັກງານ, ສະມາຊິກພັກ
ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2022 ພະແນກການເງິນ ຈັດພິທີປາຖະກະຖາເອກະສານວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ຂອງທ່ານຜູ້ນໍາໃຫ້ແກ່ພະນັກງານ, ສະມາຊິກພັກ ທີ່ສະໂມສອນວິທະຍາໄລການເງິນພາກໃຕ້; ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປອ ສຸກກະເສີມ ສີຫານຸວົງ ກຳມະການພັກແຂວງ ຫົວໜ້າພະແນກການເງິນແຂວງ ແລະ ທ່ານ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໃຫ້ກຽດບັນລະຍາຍເອກະສານ.
ໂດຍມີເລຂາໜ່ວຍພັກຮາກຖານ ພາສີປະຈຳແຂວງ, ເລຂາໜ່ວຍພັກສ່ວຍສາອາກອນປະຈຳແຂວງ, ເລຂາໜ່ວຍພັກຄັງເງິນປະຈຳແຂວງ, ເລຂາໜ່ວຍພັກຂະແໜງຄຸ້ມຄອງຊັບສິນແຫ່ງລັດ ແລະ ອຳນວຍການວິທະຍາໄລການເງິນພາກໃຕ້ ພ້ອມຄະນະ, ພະນັກງານຄູອາຈານ, ພະນັກງານສະມາຊິກພັກ ເຂົ້າຮ່ວມທັງໝົດ182 ທ່ານ, ຍິງ 74 ທ່ານ;
ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ປະກອບມີ: ເອກະສານວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນແຂວງຊຽງຂວາງ ຄົບຮອບ 63 ປີ, ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 62 ປີ, ວັນເກີດທ່ານ ກາກມາກ ຄົບຮອບ 204 ປີ, ວັນໄຊຊະນະດຽນບຽນຟູ ຄົບຮອບ 68 ປີ, ວັນໄຊຊະນະໂຊຫວຽດເຫນືອຟາດຊິດເຢຍລະມັນ ໃນສົງຄາມໂລກຄັ້ງທີ II ຄົບຮອບ 77 ປີ, ວັນເກີດທ່ານ ໂຮ່ຈີມິນ ຄົບຮອບ 132 ປີ ແລະ ວັນສ້າງຕັ້ງກອງບັນຊາການທະຫານແຂວງຈໍາປາສັກ ຄົບຮອບ 60 ປີ.
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 24 |
![]() | ມື້ວານນີ້ | 184 |
![]() | ອາທິດນີ້ | 167 |
![]() | ເດືອນນີ້ | 978 |
![]() | ທັງໝົດ | 137860 |