ຄະນະໂຄສະນາອົບຮົມແຂວງ ເປີດຊຸດຝຶກອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ຢູ່ຂັ້ນແຂວງ ຊຸດທີ Il ປະຈຳປີ 2022
ໃນຕອນເຊົ້າຂອງວັນທີ 25 ພຶດສະພາ ປີ 2022 ຄະນະໂຄສະນາອົບຮົມແຂວງ ຈຳປາສັກ ໄດ້ຈັດພິທີເປີດຊຸດຝຶກອົບຮົມໃຫ້ແກ່ເປົ້າຫມາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ ll ປະຈຳປີ 2022. ເຊິ່ງໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມ ຂອງພາສີເຂດ 4 ພາຍໃຕ້; ພາຍໃຕ້ໃຫ້ກຽດເປັນປະທານ ຂອງ ສະຫາຍ ບຸນປັນ ມະຫາລາດ ຮອງເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ; ໂດຍມີຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ບັນດານັກສຳມະນາກອນເຂົ້າຮ່ວມທັງໝົດ 23 ສະຫາຍ, ຍິງ 11 ສະຫາຍ ເຊິ່ງມາຈາກ 4 ຄະນະພັກຮາກຖານ ແລະ 2 ຫນ່ວຍພັກຮາກຖານ.
ໃນພິທີ ສະຫາຍ ບຸນປັນ ມະຫາລາດ ໃຫ້ກຽດມີຄໍາເຫັນກ່າວເປີດຊຸດຝຶກອົບຮົມ ແລະ ໂອລົມຕໍ່ບັນດາມະຫາຊົນກ້າວໜ້າ ທີ່ໄດ້ເຂົ້ຮັບການຝຶກອົບຮົມໃນຄັ້ງນີ້; ໂດຍທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ໄດ້ກະ ກຽມຄວາມພ້ອມໃນທຸກດ້ານ ແລະ ເຮັດໃຫ້ຊຸດອົບຮົມຄັ້ງນີ້ໄດ້ເປີດຂຶ້ນຢ່າງເປັນທາງການ; ພ້ອມນັ້ນ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ທີ່ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ, ຂະຫຍາຍພັກ ແລະ ໄດ້ຄົ້ນຄວ້າ ຮັບຮອງເອົາມະຫາຊົນຜູ້ກ້າວໜ້າ ເຂົ້າມາຄົ້ນຄວ້າຮໍ່າຮຽນໃນຄັ້ງນີ້ ເຊິ່ງເປັນບາດກ້າວທີ່ສໍາຄັນໃນການສ້າງພັກໃຫ້ມີຄວາມເຂັ້ງແຂງ; ຍ້ອງຍໍຊົມ ເຊີຍຕໍ່ບັນດາມະຫາຊົນກ້າວໜ້າທຸກສະຫາຍ ທີ່ໄດ້ເອົາໃນໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງ, ຄຸນສົມ ບັດສິນທໍາປະຕິວັດ ແລະ ມີຄວາມຮູ້ຄວາມສາມາດໃນທຸກດ້ານຄົບຖ້ວນຕາມມາດຖານ, ເງື່ອນໄງຂອງຜູ້ທີ່ຈະເຂົ້າເປັນສະມາ ຊິກພັກ ແລະ ເພິ່ນຍັງໄດ້ເນັ້ນຕື່ມວ່າ: ບາດກ້າວນີ້ ເປັນພຽງບາດກ້າວທໍາອີດໃນການຈະເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ແລະ ຍັງຈະໄດ້ຜ່ານຂະບວນການກໍ່ສ້າງອີກຫຼາຍຂັ້ນ, ດັ່ງນັ້ນ ເພື່ອເຮັດໃຫ້ຊຸດອົບຮົມໃນຄັ້ງນີ້ ໄດ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ ຈິ່ງຮຽກຮ້ອງໃຫ້ບັນດາສະຫາຍມະຫາຊົນກ້າງໜ້າ ຈົ່ງເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ, ສຸມສະຕິປັນຍາ ແລະ ປະສົບການ ເຂົ້າໃນການຄົ້ນຄວ້າເນື້ອໃນເອກະສານ ທັງ 13 ຄໍາຖາມ, ເປັນເຈົ້າການປະກອບຄໍາເຫັນ ເພື່ອແລກປ່ຽນກັບຄູ-ອາຈານ, ສົມທົບທິດສະດີໃສ່ກັບພຶດຕິກໍາຕົວຈິງ ເຮັດໃຫ້ທຸກເນື້ອໃນ, ທຸກບັນຫາ ມີຄວາມລະອຽດ, ຈະແຈ້ງ, ເລິກເຊິ່ງ ແລະ ນໍາເອົາໄປເປັນບົດຮຽນ, ເປັນທິດສະດີຊີ້ທິດເຍືອງທາງໃນການສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ດີຂື້ນເປັນກ້າງໆ ໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ-ລັດ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 29 |
![]() | ມື້ວານນີ້ | 184 |
![]() | ອາທິດນີ້ | 172 |
![]() | ເດືອນນີ້ | 983 |
![]() | ທັງໝົດ | 137865 |