ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021
ໃນຕອນເຊົ້າ ຂອງວັນທີ 18 ພຶດສະພາ 2022 ພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ 406 ສຳນັກງານແຂວງຈຳປາສັກ. ພາຍ ໃຕ້ການໃຫ້ກຽດເປັນປະທານຂອງ ສະຫາຍ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ໂດຍມີຄະນະກຳມະການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂັ້ນແຂວງ, ມີສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງຄະນະໂຄສະນາອົບຮົມແຂວງຈໍາປາສັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶັ້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກ, ປອດໃສ, ເຂັັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ເຊິີ່ງໄດ້ຍົກໃຫ້ເຫັນເຖິງໝາກຜົນຜົນງານໃນການນໍາພາ-ຊີັ້ນໍາ ຂອງຄະນະໜ່ວຍພັກໃນແຕ່ລະດ້ານ ເປັນຕົັ້ນ: ດ້ານການເມືອງ-ແນວຄິດ, ດ້ານການຈັດຕັັ້ງ, ແບບແຜນວິທີນໍາພາ, ດ້ານການຈັດຕັັ້ງ, ແບບແຜນວິທີນໍາພາ ແລະ ການຈັດຕັັ້ງປະຕິບັດວຽກ ງານວິຊາສະເພາະ ທີ່ເຮັດໃຫ້ສາມາດຍາດໄດ້ໄຊຊະ ນະໃນການສ້າງໜ່ວຍພັກ, ປອດໃສ, ເຂັັ້ມແຂງ, ໜັກແໜ້ນ; ນອກນັັ້ນ, ຍັງໄດ້ກໍານົດທິດທາງແຜນການໃນການສືບຕໍ່ນໍາພາສະ ມາຊິກພັກຈັດຕັ້ງປະຕິບັດ ເພື່ອຮັກສາມູນເຊື້ອ ແລະ ກໍ່ສ້າງໜ່ວຍພັກໃຫ້ມີຄວາມປອດໃສ ເຂັັ້ມແຂງ ໜັກແໜ້ນຂຶ້ນເລື້ອຍໃນປີຕໍ່ໜ້າ(ປີ2022 ).
ຈາກນັັ້ນ, ສະຫາຍ ປອ ວັນນະລາ ສຸດທິຈັກ ຄະນະໜ່ວຍພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 161/ຄຈພຂ.ຈສ ວ່າດ້ວຍການຍັັ້ງຢຶນໃຫ້ໜ່ວຍພັກຮາກຖານຄະນະໂຄ ສະນາອົບຮົມແຂວງ ເປັນໜ່ວຍພັກ, ປອດໃສ, ເຂັັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ແລະ ຜ່ານຂໍ້ຕົກລົງສະບັບເລກທີ 288/ຈຂ.ຈສ, ຂໍ້ຕົກລົງສະບັບເລກທີ 504/ຈຂ.ຈສ ວ່າດ້ວຍການອະນຸມັດໃບຍ້ອງຍໍໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ທີີ່ມີຜົນງານດີເດັັ່ນໃນການຈັດຕັ້ງປະຕິບັດໜ້າທີວິຊາສະເພາະ ທີ່ຕິດພັນກັບຂໍ້ແຂ່ງ "ຮັກຊາດ ແລະ ພັດທະນາ" ປະຈໍາປີ 2020 ແລະ ປີ 2021. ໂດຍການໃຫ້ກຽດມອບໃບຍັັ້ງຍືນຂອງ ສະຫາຍ ປອ ສຸປານີ ສິລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບ ຮົມແຂວງ ປະທານກອງປະຊຸມ.
ໃນຕອນທ້າຍ ສະຫາຍ ປະທານກອງປະຊຸມ ຍັງໄດ້ມີຄໍາເຫັນໂອ້ລົມ ເຊິີ່ງທ່ານໄດ້ຊົມເຊີຍຕໍ່ຜົນສໍາເລັດທີີ່ໜ່ວຍພັກ ກໍຄື ບັນດາສະຫານຄະນະໜ່ວຍພັກ, ສະມາຊິກພັກທຸກສະຫາຍ ທີີ່ສາມາດຍາດໄດ້ຜົນງານເຮັດໃຫ້ໜ່ວຍພັກມີຄວາມ, ປອດໃສ, ເຂັັ້ມແຂງ, ໜັກແໜ້ນ; ພ້ອມຍັງໄດ້ເນັັ້ນໜັກໃຫ້ບັນດາຄະນະໜ່ວຍພັກ, ສະມາຊິກພັກທຸກສະຫາຍ ເອົາໃຈໃສ່ສຶບຕໍ່ຮັກສາມູນເຊືັ້ອ ແລະ ເພີີ່ມທະວີສ້າງຜົນງານໃຫ້ສູງຂືັ້ນກ່ວາເກົ່າໃນປີຕໍ່ໜ້າ, ເຊິີ່ງຕ້ອງ ເນັັ້ນໜັກ ແລະ ເອົາໃຈໃສ່ບາງບັນຫາດັັ່ງນີັ້: 1. ບຸກບຶນສຶກສາອົບຮົມດ້ານເມືອງ-ແນວຄິດໃຫ້ແກ່ສະມາຊິກຢ່າງໜັກແໜ້ນ, 2. ມີສະຕິເຄົາລົບລະບຽບກົດໝາຍ, ຕັັ້ງໜ້າປະຕິບັດໜ້າທີີ່ເປັນເສນາທິການໃຫ້ແກ່ຄະນະພັກ, 3. ມີສະຕິຮອບດ້ານ, ຮູ້ທັນຕໍ່ກົນອຸບາຍຂອງກຸ່ມຄົນທີີ່ບໍ່ຫັວງດີ, 4. ສ້າງໃຫ້ຕົນເອງມີຄວາມປອດໃສ, ໜັກແໜ້ນ, ສາມາດເພິີ່ງຕົນເອງ, ສ້າງຄວາມເຂັັ້ມແຂງດ້ວຍຕົນເອງ, 5. ສ້າງໃຫ້ສະມາຊິກພັກມີຄຸນສົມບັດສິນທໍາປະຕິວັດ, ເອົາໃຈໃສ່ພັດທະນາຄວາມຮູ້ຄວາມສາມາດຂອງຕົນໃຫ້ສູງຂືັ້ນ, 6. ເອົາໃຈໃສ່ສ້າງແບບແຜນວິທີນໍາພາ, ຮູ້ປຸກລະ ດົມ, ຂົນຂວາຍ ແລະ ສ້າງຄວາມສາມັກຄີປອງດອງໃນທົັ່ວສັງຄົມ, 7. ເອົາໃຈໃສ່ຕັັ້ງໜ້າປະຕິບັດໜ້າທີີ່ວິຊາສະ ເພາະຂອງຕົນໃຫ້ມີຜົນສໍາເລັດສູງ, ວ່ອງໄວ ແລະ ທ່ວງທັນຕໍ່ສະພາບການຂອງສັງຄົມ, 8. ເອົາໃຈໃສ່ສ້າງຄວາມສວຍງາມ, ເປັນລະບຽບຮຽບຮ້ອຍຂອງອົງການ, 9. ເອົາໃຈໃສ່ເປັນແບບຢ່າງນໍາໜ້າໃນທຸກດ້ານ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 12 |
![]() | ມື້ວານນີ້ | 184 |
![]() | ອາທິດນີ້ | 155 |
![]() | ເດືອນນີ້ | 966 |
![]() | ທັງໝົດ | 137848 |