ກອງປະຊຸມສຳມະນາເປີດກວ້າງ ເພື່ອລະດົມຄວາມຄິດເຫັນຕໍ່ຮ່າງບົດຄົ້ນຄວ້າ ຫົວຂໍ້: “ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ຢູ່ແຂວງພາກໃຕ້.
ໃນວັນທີ 10 ພຶດສະພາ 2022; ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສໍາມະນາເປີດກວ້າງ ເພື່ອລະດົມຄວາມຄິດເຫັນປະກອບໃສ່ຮ່າງຄົ້ນຄວ້າສະບັບຫຍໍ້ ໃນຫົວຂໍ້: “ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງຈຳປາສັກ ໂດຍການເປັນປະທານຮ່ວມ ຂອງສະຫາຍ ປອ ກິແກ້ວ ຈັນທະບູລີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ຫົວໜ້າຄະນະເລຂາທິການວິທະຍາສາດ ສະພາທິດສະດີສູນກາງພັກ; ສະຫາຍ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ຄະນະພັກເມືອງ ແລະ ພະແນກການຕ່າງໆຈາກ 5 ແຂວງພາກໃຕ້ເຂົ້າຮ່ວມ
ໃນພິທີ ສະຫາຍ ປອ ກິແກ້ວ ຈັນທະບູລີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ຫົວໜ້າຄະນະເລຂາທິການວິທະຍາສາດ ສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດກ່າວເປີດ ແລະ ໃຫ້ຮູ້ວ່າກອງປະຊຸມຄັ້ງນີ້ມີຄວາມໝາຍຄວາມສຳຄັນຫຼາຍ ເພາະວ່າການຄົ້ນຄວ້ານີ້ຈະເປັນການປະກອບສ່ວນເຂົ້າໃນການປັບປຸງ ແລະ ສ້າງພັກເຮົາໃຫ້ເຂັ້ມແຂງທາງດ້ານສະຕິປັນຍາ ແລະ ຄວາມສາມາດນຳພາໃນທົ່ວສັງຄົມ ຄຸນຄ່າ ກໍ່ຄື ຄຸນຜົນປະໂຫຍດຂອງການຄົ້ນຄວ້າຫົວຂໍ້ດັ່ງກ່າວນີ້ ແມ່ນເພື່ອສ້າງເປັນບ່ອນອີງທາງດ້ານທິດສະດີວິທະຍາສາດ ແລະ ພຶດຕິກຳໃຫ້ແກ່ການກຳນົດທັດສະນະແນວທາງແຜນນະໂຍບາຍຂອງພັກເຮົາໃນເງື່ອນໄຂໃໝ່ ແລະ ເປັນພື້ນຖານໃຫ້ແກ່ການຮ່າງໂຄງການການເມືອງຂອງພັກເຮົາ ແຕ່ນີ້ຮອດປີ 2030 ເຊິ່ງຄາດວ່າຈະນຳສະເໜີຮັບຮອງເອົາໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃນຕໍໜ້າ.
ຫຼັງຈາກນັ້ນ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ຮອງຫົວໜ້າຄະນະເລຂາທິການວິທະຍາສາດ ສະພາທິດສະດີສູນກາງພັກໄດ້ລາຍງານໂດຍສັງເຂບກ່ຽວກັບເນື້ອໃນບົດຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ (ສະບັບຫຍໍ້) ຕໍ່ກອງປະຊຸມ ໂດຍຍົກໃຫ້ເຫັນພື້ນຖານທິດສະດີ ແລະພຶດຕິກຳກ່ຽວກັບການສ້າງບັນດາປັດໄຈເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ; ຂະບວນວິວັດແຫ່ງການກຳເນີດ ແລະສ້າງບັນດາປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ; ການສືບຕໍ່ສ້າງປັດໄຈໃຫ້ແກ່ການກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຢູ່ປະເທດເຮົາ.
ພ້ອມດຽວກັນນັ້ນ, ປະທານກອງປະຊຸມ ໄດ້ມີຄໍາຖາມເຈາະຈີ້ມໃນບາງບັນຫາທີ່ຍັງບໍ່ທັນຈະແຈ້ງ ເພື່ອສົນທະນາແລກປ່ຽນຄຳຄິດເຫັນກັບຜູ້ເຂົ້າຮ່ວມກອງປະຊຸມໂດຍສະເພາະການນຳຂອງ 5 ພາກໃຕ້, ພ້ອມທັງໄດ້ຊີ້ນຳການປະກອບຄຳເຫັນໃຫ້ມີລັກສະນະວິທະຍາສາດ ເພື່ອຮັບໃຊ້ໃຫ້ແກ່ການປັບປຸງເນື້ອໃນບົດຄົ້ນຄວ້າໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ ແລະສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ. ໃນໂອກາດນີ້, ກໍໄດ້ຕີລາຄາສູງຕໍ່ຄະນະຮັບຜິດຊອບການຄົ້ນຄວ້າໃນຂົງເຂດຕ່າງໆທີ່ໄດ້ເປັນເຈົ້າການໃນການຄົ້ນຄວ້າ-ຂຽນຮ່າງສະບັບເບື້ອງຕົ້ນ ກໍຄືບັນດາການນຳຂອງ 5 ແຂວງພາກໃຕ້ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ; ຊົມເຊີຍກອງເລຂາດ້ານເນື້ອໃນທີ່ເປັນເຈົ້າການສັງລວມປັບປຸງເນື້ອໃນ, ສ້າງເປັນສະບັບຮ່າງ ແລະ ສັງລວມສະບັບສັງລວມຫຍໍ້ທີ່ມີເນື້ອໃນຈະແຈ້ງຂຶ້ນຕື່ມ.
ໃນຕອນທ້າຍຂອງກອງປະຊຸມ ປະທານກອງປະຊຸມໄດ້ໃຫ້ທິດຊີ້ນໍາໃນການສືບຕໍ່ນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມໃນຄັ້ງນີ້ ເພື່ອໃຫ້ຄະນະຮັບຜິດຊອບດ້ານເນື້ອໃນສຸມໃສ່ປັບປຸງຮ່າງເນື້ອໃນບົດຄົ້ນຄວ້າ ແລະນຳເອົາຮ່າງເນື້ອໃນບົດຄົ້ນຄວ້າດັ່ງກ່າວລົງທາບທາມຄຳຄິດເຫັນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການປັບປຸງເນື້ອໃນ ແລະຂໍ້ມູນຕ່າງໆໄດ້ມີວິທະຍາສາດ, ສອດຄ່ອງກັບຕົວຈິງ ແລະນຳໄປສະເໜີໃນກອງປະຊຸມສູນກາງໃນຄັ້ງຕໍ່ໄປ; ຫຼັງຈາກນັ້ນ, ກອງປະຊຸມກໍໄດ້ປິດລົງຢ່າງເປັນທາງການໃນຕອນທ່ຽງຂອງວັນດຽວກັນ.
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 32 |
![]() | ມື້ວານນີ້ | 184 |
![]() | ອາທິດນີ້ | 175 |
![]() | ເດືອນນີ້ | 986 |
![]() | ທັງໝົດ | 137868 |