ກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບເນື້ອໃນປື້ມປະຫວັດຂອງແຂວງຈໍາປາສັກ
ໃນຕອນເຊົ້າຂອງວັນທີ 27 ເມສາ 2022 ແຂວງຈໍາປາສັກ ກໍຄືຄະນະໂຄສະນາອົບຮົມແຂວງ ໃນນາມຄະນະຮັບຜິດຊອບຄົ້ນຄວ້າ ຂຽນ ປະຫັວດຂອງແຂວງ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບເນື້ອໃນປື້ມປະຫັວດຂອງແຂວງຈໍາປາສັກຂື້ນທີ່ຫ້ອງປະຊຸມ 406 ສໍານັກງານປົກຄອງແຂວງ. ພາຍໃຕ້ການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ ແລະ ທ່ານ ປອ ບຸນຖອງ ດີວິໄຊ ອາດີດກໍາມະການສູນກາງພັກ, ອາດີດເລຂາພັກແຂວງ, ອາດີດເຈົ້າແຂວງຈໍາປາສັກ.
ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ມີພະອາຈານ ສຸວັນ ຈັນທະລາດ ກໍາມະການສູນກາງ ອພສ ປະທານ ອພສ ແຂວງ ພ້ອມຄະນະ, ທ່ານ ສີປະເສີດ ແສນສະຫວັດ ອາດີດຄະນະພັກ ອາດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສະນັ່ນ ສີພາພົມມະຈັນ, ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ປອ ສຸປານີ ສິລິປຸນ ໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາທ່ານໃນຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ພະນັກງານອາວຸໂສບໍານານ( ອາດີດຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ),ຄະນະນັກຂຽນຈາກສູນກາງ, ປະທານ-ຄະນະປະ ທານສະພາການຄ້າ ແລະ ອຸດສະຫະກໍາແຂວງ.
ກອງປະຊຸມຄັ້ງນີ້ແມ່ນເປັນການສໍາມະນາວິທະຍາສາດ ກ່ຽວກັບເນື້ອໃນປື້ມປະຫັວດຂອງແຂວງຈໍາປາສັກ ທີ່ໄດ້ຄົ້ນຄ້ວາ ຂຽນ ແລະ ຮຽບຮຽງ ຈາກຄະນະຮັບຜິດຊອບຂັ້ນແຂວງ ເຊິ່ງນໍາພາໂດຍ ທ່ານເຈົ້າແຂວງ, ມີຄະນະໂຄສະນາອົບຮົມເປັນເຈົ້າການເຄື່ອນໄຫວຈັດຕັ້ງປະຕິບັດຮ່ວມກັບຄະນະນັກຂຽນຈາກສູນກາງ ເຊິ່ງມີ ທ່ານ ທອງໃບ ໂພທິສານ ກໍາມະການສູນກາງແນວລາວສ້າງຊາດ ປະທານສະມາຄົມນັກປະພັນລາວ ຫົວໜ້າຄະນະທີມງານນັກຂຽນ; ທັງນີ້ກໍເພື່ອເຮັດໃຫ້ເນື້ອໃນດັ່ງກ່າວມີຄວາມຖືກຕ້ອງ ຊັດເຈນກັບປະຫວັດສາດຄວາມເປັນມາ, ປະຫວັດການຕໍ່ສູ້, ທີ່ຕັ້ງພູມສັນຖານ, ບັນດາຊົນເຜົ່າ ແລະ ຜົນງານການສ້າງສາພັດທະນາແຂວງຈໍາປາສັກ ນັບແຕ່ອາດີດເຖິງປັດຈຸບັນ.
ໃນກອງປະຊຸມ ທ່ານ ປອ ສຸປານີ ສິລິປຸນໂຍຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນນາມຄະນະຮັບຜິດຊອບຂັ້ນແຂວງ ໄດ້ຂຶ້ນລາຍງານການສະພາບການຕະຫຼອດການເຄື່ອນໄຫວການກະກຽມ, ການເກັບກໍາຂໍ້ມູນໃນການຄົ້ນຄວ້າ ຂຽນ ປະຫວັດຂອງແຂວງນັບແຕ່ເລີ່ມຕົ້ນ; ພ້ອມດຽວກັນນີ້ ທ່ານ ທອງໃບ ໂພທິສານ ກໍາມະການສູນກາງແນວລາວສ້າງຊາດ ປະທານສະມາຄົມນັກ ປະພັນລາວ ຫົວໜ້າຄະນະທີມງານນັກຂຽນ ກໍໄດ້ຂຶ້ນລາຍງານການຄົ້ນຄວ້າ, ຮີບໂຮມ, ຮຽບຮຽງ ຂຽນ ແລະຈັດພີມປື້ມປະຫວັດແຂວງຈໍາປາສັກຕໍ່ກອງປະຊຸມ; ຈາກນັ້ນ ບັນດາຜູ້ແທນກອງປະຊຸມກໍໄດ້ໃຫ້ກຽດມີຄໍາເຫັນ ເພື່ອປັບປຸງເນື້ອໃນປື້ມປະຫວັດຂອງແຂວງຈໍາປາສັກ. ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ ແລະ ທ່ານ ປອ ບຸນຖອງ ດີວິໄຊ ອາດີດກໍາມະການສູນ ກາງພັກ, ອາດີດເລຂາພັກແຂວງ, ອາດີດເຈົ້າແຂວງຈໍາປາສັກ ປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນໍາແກ່ຄະນະຮັບຜິດຊອບຄົ້ນຄວ້າ ແລະ ຄະນະນັກຂຽນ ໄດ້ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໄປສຸມໃສ່ປັບປຸງເນື້ອໃນປື້ມປະຫວັດ ສາດຂອງແຂວງ ໃຫ້ມີຄວາມຖືກຕ້ອງຊັດເຈນ ແລະ ສອດຄ່ອງກັບຕົວຈິງຢ່າງສົມບູນ.
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 30 |
![]() | ມື້ວານນີ້ | 184 |
![]() | ອາທິດນີ້ | 173 |
![]() | ເດືອນນີ້ | 984 |
![]() | ທັງໝົດ | 137866 |