ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ ເຄື່ອນໄຫວເຊື່ອມຊຶມ, ໂຄສະນາປາຖະກະຖາເອກະສານສໍາຄັນຂອງພັກ, ຂອງຊາດ ໃຫ້ແກ່ພະນັກງານ, ສະມາຊິກພັກ ຂົງເຂດພະລັງງານ ແລະ ບໍ່ແຮ່ແຂວງ
ໃນວັນທີ 22 ເມສາ 2022, ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ, ໄດ້ລົງເຄື່ອນໄຫວເຊື່ອມຊຶມ ແລະ ໂຄສະນາປາຖະກະຖາເອກະສານສໍາຄັນຕ່າງໆ ຂອງພັກແລະ ຂອງຊາດ ໃຫ້ແກ່ພະນັກງານ, ສະມາຊິກພັກໃນທົ່ວຂົງເຂດພະລັງງານ ແລະ ບໍ່ແຮ່ແຂວງຈໍາປາສັກ.
ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມສະຖານີໄຟຟ້າບັງເຢາະ ນະຄອນປາກເຊ ແຂວງຈໍາປາສັກ, ໂດຍການເຂົ້າຮ່ວມຂອງ ສະຫາຍ ສີໄຊ ແກ້ວມີໄຊ ຮອງເລຂາຄະນະພັກຮາກຖານ, ຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງຈຳປາສັກ, ມີຄະນະໜ່ວຍພັກຮາກຖານ, ສະມາຊິກພັກ, ພະນັກງານ - ລັດຖະກອນ ຈາກ 8 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເຂົ້າຮ່ວມທັງໝົດ 82 ສະຫາຍ, ຍິງ 18 ສະຫາຍ.
ເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ມີ: ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ສະໄໝທີ XI ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມຄົບຄະນະ ຄັ້ງທີ 6 ສະໄໝທີ VIII ຂອງອົງຄະນະພັກແຂວງຈຳປາສັກ, ເອກະສານວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ, ເອກະສານວັນຄຽດແຄ້ນຂອງປະຊາຊົນລາວ, ເອກະສານວັນນັກຮົບເສຍອົງຄະ ແລະ ເສຍສະຫຼະເພື່ອປະເທດຊາດ ຄົບຮອບ 76 ປີ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 5 |
![]() | ມື້ວານນີ້ | 184 |
![]() | ອາທິດນີ້ | 148 |
![]() | ເດືອນນີ້ | 959 |
![]() | ທັງໝົດ | 137841 |