ເມືອງໂຂງ ແຂວງຈຳປາສັກ ຈັດພິທີປາຖະກະຖາ ລະນືກມູນເຊື້ອວັນປະຫັວດສາດສຳຄັນ ຂອງພັກ ຂອງຊາດ ແລະ ຂອງສາກົນ
ໃນວັນທີ 14 ພະຈິກ 2022 ທີ່ຜ່ານມານີ້ ເມືອງໂຂງ ແຂວງຈໍາປາສັກ ໄດ້ຈັດພິທີປາຖະກະຖາລະນຶກມູນເຊື້ອວັນປະຫວັດສາດສໍາຄັນ ຂອງພັກ ຂອງຊາດ ແລະ ຂອງສາກົນ ຄື: ວັນສ້າງຕັ້ງການທູດລາວ ຄົບຮອບ 77 ປີ (12/10/1945-12/10/2022), ວັນປະກາດເອກະລາດ ຄົບຮອບ 77 ປີ (12/10/1945-12/10/2022), ວັນສາກົນລຶບລ້າງຄວາມທຸກຍາກ ຄົບຮອບ 35 ປີ (17/10/1987-17/10/2022) ແລະ ວັນສັບປະດາແຫ່ງຊາດ ເພື່ອລຶບລາງຄວາມທຸກຍາກ ຂອງ ສປປ ລາວ ຄົບຮອບ 19 ປີ(17-24/10/2003-17-24/10/2022).
ພາຍໃຕ້ການເປັນປະທານຂອງ ສະຫາຍ ພູວັນ ສີສຸພົນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານເມືອງ, ໂດຍມີສະຫາຍ ບຸນເຮັງ ກົມປະເສີດ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງໆໂຂງ, ບັນດາສະຫາຍໃນຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຄະນະພັກ-ຄະນະຫ້ອງການອ້ອມຂ້າງເມືອງ ເຂ້າຮ່ວມ. ເຊີ່ງມີຈໍານວນທັງໝົດ 130 ທ່ານ, ຍິງ 55 ທ່ານ, ໃນນັ້ນ ມີສະມາຊິກພັກ 77 ສະຫາຍ, ຍິງ 24 ສະຫາຍ.
ໃນພິທີ ສະຫາຍ ພູວັນ ສີສຸພົນ ຮອງເລຂາພັກເມືອງ ໄດ້ໃຫ້ກຽດປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງການທູດ ຄົບຮອບ 77 ປີ ແລະ ວັນປະກາດເອກະລາດແຫ່ງຊາດ ຄົບຮອບ 77 ປີ, ສະ ຫາຍ ບຸນເຮັງ ກົມປະເສີດ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ ໃຫ້ກຽດປາຖະກະຖາເລົ່າມູນເຊື້ອວັນສາກົນ ແລະ ວັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ. ເຊິ່ງໄດ້ຍົກໃຫ້ເຫັນເຖິງມູນເຊື້ອຄວາມເປັນມາ, ຄວາມຫມາຍຄວາມສໍາຄັນ, ໝາກຜົນຜົນງານ ແລະ ການຕໍ່ສູ້ກູ້ຊາດອັນພິລະອາດຫານ ແລະ ເຕັມໄປດ້ວຍການເສຍສະຫຼະ ຂອງກອງທັບ ແລະ ປະຊາຊົນລາວ ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າ; ອີກດ້ານ ກໍແມ່ນການປຸກລະດົມພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ກໍແມ່ນພາຍໃນເມືອງ ຕັ້ງໜ້າສືບຕໍ່ປະກອບສ່ວນເຂົ້າໃນພາລະກິດລຶບລ້າງຄວາມທຸກຍາກ ແລະ ໄພອຶດຫິວ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ພັກວາງອອກ.
![]() | ມື້ນີ້ | 31 |
![]() | ມື້ວານນີ້ | 184 |
![]() | ອາທິດນີ້ | 174 |
![]() | ເດືອນນີ້ | 985 |
![]() | ທັງໝົດ | 137867 |