ນະຄອນປາກເຊ ຈັດກອງປະຊຸມ ເຊືອມຊືມມະຕິຄົບຄະນະພັກແຂວງ ຄັ້ງທີ 8 ສະໄໝທີ VIII ແລະ ປາຖະກະຖາວັນສໍາຄັນຂອງພັກ ຂອງຊາດ
ໃນຕອນເຊົ້າຂອງວັນທີ 21 ກັນຍາ 2022 ນະຄອນປາກເຊ ຈັດກອງປະຊຸມເຊືອມຊືມມະຕິຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໄໝທີ VIII ຕິພັນກັບການປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 77 ປີ, ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 20 ປີ, ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ສະໂມສອນນະຄອນປາກເຊ ໂດຍການເປັນປະທານຂອງ ທ່ານ ຄອນສະຫວັນ ວັນນິວົງຄຳ ຮອງເລຂາພັກນະ ຄອນ ຜູ້ຊີ້ນຳວຽກງານພັກ-ພະນັກງານ.
ໂດຍມີ ທ່ານ ນາງ ດຣ ພົງພັນ ວິລະພັນ ຮອງເລຂາພັກນະຄອນ ປະທານກວດກາພັກ-ລັດ ນະຄອນປາກເຊ, ທ່ານ ວິລັດ ນຽມທະຈິດ ຄະນະປະຈຳພັກນະຄອນ ຫົວໜ້າຄະນະ ໂຄສະນາອົບຮົມນະຄອນປາກເຊ ພ້ອມດ້ວຍຄະນະປະຈຳພັກນະຄອນ, ກຳມະການພັກນະຄອນ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ເລຂາຄະນະພັກຮາກຖານ 5 ກຸ່ມບ້ານ ແລະ 6 ບ້ານໃຫຍ່, ພະນັກງານລັດຖະກອນອ້ອມຂ້າງນະຄອນປາກເຊເຂົ້າຮ່ວມ ເຊິ່ງມີຄຳນວນພົນເຂົ້າຮ່ວມທັງຫມົດ 136 ສະຫາຍ ຍິງ 58 ສະຫາຍ, ສະມາຊິກພັກ 79 ສະຫາຍ ຍິງ 23 ສະຫາຍ.
![]() | ມື້ນີ້ | 51 |
![]() | ມື້ວານນີ້ | 258 |
![]() | ອາທິດນີ້ | 530 |
![]() | ເດືອນນີ້ | 789 |
![]() | ທັງໝົດ | 180498 |