ເມືອງສຸຂຸມາເປີດກອງປະຊຸມເຊຶ່ອມຊຶມມະຕິຄົບຄະນະບໍລິຫານງານພັກແຂວງຄັ້ງທີ 8 ສະໃໝທີ VIII ໂດຍຕິດພັນກັບການຜັນຂະຫຍາຍສອງວາລະແຫ່ງຊາດ
ໃນຕອນເຊົ້າຂອງວັນທີ 20 ກັນຍາ 2022 ທີ່ຜ່ານມາ. ຄະນະໂຄສະນາເມືອງສຸຂຸມາໄດ້ເປີດກອງປະຊຸມ ເຊຶ່ອມຊຶມມະຕິຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໃໝທີ VIII ຕິດພັນກັບການຜັນຂະຫຍາຍສອງວາລະແຫ່ງຊາດ ຢູ່ທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ມະຕິຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໃໝທີ VIII ຂອງທ່ານ ສົມເພັດ ບຸດສະດີ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆສຸຂຸມາ .
ໃຫ້ກຽດຂື້ນເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມທຸກຍາກທາງດ້ານເສດຖະກິດ-ການເງີນ ຂອງທ່ານ ພອນພິລຸນ ນໍລະສິນ ກຳມະການພັກເມືອງ, ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ແລະ ໃຫ້ກຽດຂື້ນເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງທ່ານ ພັທ ໝູແດງ ແສງທອງສີ ຮອງກຳລັງປ້ອງກັນຄວາມສະຫົງບເມືອງ.
ເຊີ່ງມີຜູ້ເຂົ້າຮ່ວມຮັບທັງໃນຄັ້ງນີ້ມີ: ຄະນະປະຈຳພັກເມືອງ,ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ພະນັກງານລັດຖະກອນ, ສະມາຊິກພັກ, ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເລຂາຄະນະພັກຮາກຖານ6ກຸ່ມບ້ານ ແລະ 4 ບ້ານໃຫຍ່ມີທັງໝົດ 159 ຄົນ, ຍິ່ງ 29 ຄົນ.
![]() | ມື້ນີ້ | 26 |
![]() | ມື້ວານນີ້ | 258 |
![]() | ອາທິດນີ້ | 505 |
![]() | ເດືອນນີ້ | 764 |
![]() | ທັງໝົດ | 180473 |