ທ່ານ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມວາງພວງມາລາອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າຍດອກໄມ້ ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ
ໃນຕອນເຊົ້າຂອງວັນທີ 9 ກັນຍາ 2022 ທ່ານ ປອ ສຸປານີ ສຸລິປຸຍໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມວາງພວງມາລາອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າຍດອກໄມ້ ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ຄົບຮອບ 20 ປີ(9/9/2002-9/9/ 2022) ຢູ່ທີ່ໜາມແດງ ຂອງແຂວງຈໍາປາສັກ.
ພິທີຄັ້ງນີ້ມີການນໍາແຂວງຈໍາປາສັກ ແລະ ການນໍາສະຫະພັນນັກຮົບເກົ່າແຂວງ ນໍາໂດຍທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ພັນເອກ ບຸນມາກ ວິລະວົງ ຄະນະກໍາມະການສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ປະທານສະຫະພັນນັກຮົບເກົ່າແຂວງ ພ້ອມດ້ວຍການນໍາກອງບັນຊາການ ປກຊ-ປກສ ແຂວງ ເພື່ອເປັນການຈາລຶກບຸນຄຸນ, ຄຸນງາມຄວາມດີ ຂອງບັນພະບູລຸດ ແລະ ນັກຮົບວິລະຊົນ ທີ່ເສຍສະຫຼະຊີວິດ ແລະ ເລືອດເນື້ອ ເພື່ອປະເທດຊາດ ໃນໄລຍະທີ່ຜ່ານມາ.
![]() | ມື້ນີ້ | 21 |
![]() | ມື້ວານນີ້ | 258 |
![]() | ອາທິດນີ້ | 500 |
![]() | ເດືອນນີ້ | 759 |
![]() | ທັງໝົດ | 180468 |