ຄະນະໂຄສະນາອົບຮົມແຂວງ ເຄື່ອນໄຫວເກັບກໍາຂໍ້ມູນເພື່ອປະກອບໃສ່ປຶ້ມປະຫວັດແຂວງຈໍາປາສັກ
ໃນອາທິດທີ່ຜ່ານມາ(30 ສິງຫາ-5 ກັນຍາ 2022) ຄະນະໂຄສະນາອົບຮົມແຂວງ ໃນນາມຄະນະຮັບຜິດຊອບຄົ້ນຄວ້າ ຂຽນ ຮຽບຮຽງ ປະຫວັດແຂວງຈໍາປາສັກ ນໍາພາໂດຍ ທ່ານ ປອ ສຸປານີ ສິລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.
ໄດ້ສົມທົບກັບພະແນກຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ນໍາພາໂດຍ ທ່ານ ນາງ ແສງສຸວັນ ຊຸຍພະສິດ ກໍາມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ເຄື່ອນໄຫວລົງເກັບກໍາຂໍ້ມູນພາບມຸກສູງຂອງຕົວເມືອງ, ພາບພື້ນຖານການພັດທະນາເສດຖະກິດ-ສັງຄົມ ແລະ ສະຖານທີ່ສໍາຄັນທາງປະຫວັດ ສາດ ຂອງບັນດາເມືອງ-ນະຄອນ ໃນທົ່ວແຂວງຈໍາປາສັກ; ໂດຍນໍາໃຊ້ອຸປະກອນ (ໂດນ) ຂອງຂະແໜງຄຸ້ມຄອງມໍລະດົກໂລກວັດພູຈໍາປາສັກ ໃນການຖ່າຍພາບຄັ້ງນີ້.
ການເຄື່ອນໄຫວໃນຄັ້ງນີ້ ແມ່ນເຄື່ອນໄຫວຕາມທິດຊີ້ນໍາຂອງ ທ່ານ ເຈົ້າແຂວງໆຈໍາປາສັກ ແລະ ເຄື່ອນໄຫວຕາມສິດ ພາລະບົດບາດ ຂອງຄະນະຮັບຜິດຊອບຄົ້ນຄວ້າ ຂຽນ ປະຫວັດຂັ້ນແຂວງ; ການເຄື່ອນໄຫວດັ່ງກ່າວ ໄດ້ເຄື່ອນໄຫວຕາມແຜນການ ແລະ ຂັ້ນຕອນ ໂດຍການເຂົ້າສົມ ທົບຮ່ວມກັບຄະນະພັກ-ຄະນະນໍາ ຂອງນະຄອນ ແລະ ບັນດາເມືອງ ເພື່ອຂໍອະນຸຍາດນໍາໃຊ້ໂດນຂຶ້ນຖ່າຍພາຍ ແລະ ວາງແຜນກໍານົດຈຸດຍຸທະສາດການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ທີ່ຈະເຄື່ອນໄຫວເກັບກໍາພາບ.
ບັນດາຮູບພາບດັ່ງກ່າວ ແມ່ນຈະນໍາມາປະກອບໃສໃນເນື້ອໃນປຶ້ມປະຫວັດແຂວງຈໍາປາສັກ ໃນພາກທີ່ V ເຊິ່ງເປັນພາກສຸດທ້າຍ ແລະ ເນື້ອໃນເວົ້າເຖິງໝາກຜົນຜົນງານໃນການສ້າງສາພັດທະນາແຂວງຈໍາປາສັກ ໂດຍສະເພາະໄລຍະແຫ່ງການນໍາພາຈັດຕັ້ງປະຕິບັດພາລະກິດປ່ຽນແປງ ໃໝ່ທີ່ມີຫຼັກການຂອງພັກ ປີ 1986 ຮອດປະຈຸບັນ.
![]() | ມື້ນີ້ | 5 |
![]() | ມື້ວານນີ້ | 184 |
![]() | ອາທິດນີ້ | 148 |
![]() | ເດືອນນີ້ | 959 |
![]() | ທັງໝົດ | 137841 |