ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ຢ່າງສຸດໃຈ! ປະທານ ໄກສອນ ພົມວິຫານ ຍືນຍົງ ໃນພາລະກິດປະຕິວັດ ຂອງພັກປະຊາຊົນປະຕິວັດລາວ

ພະແນກຍຸຕິທໍາ ແຂວງຈໍາປາສັກ ຈັດຕັ້ງເຊື່ອມຊືມມະຕິຄົບຄະນະຂອງສູນກາງ, ຂອງແຂວງ ແລະ ປາຖະກະຖາວັນສໍາຄັນຂອງຊາດ-ຂອງພັກ

ພະແນກຍຸຕິທໍາ ແຂວງຈໍາປາສັກ ຈັດຕັ້ງເຊື່ອມຊືມມະຕິຄົບຄະນະຂອງສູນກາງ, ຂອງແຂວງ ແລະ ປາຖະກະຖາວັນສໍາຄັນຂອງຊາດ-ຂອງພັກ

ໃນຕອນເຊົ້າຂອງວັນທີ 24 ມີນາ 2022 ພະແນກຍຸຕິທໍາ ແຂວງຈໍາປາສັກ ຈັດຕັ້ງເຊື່ອມຊືມມະຕິຄົບຄະນະຂອງສູນກາງ, ຂອງແຂວງ ແລະ ປາຖະກະຖາວັນສໍາຄັນຂອງຊາດ-ຂອງພັກ ຂຶ້ນທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງ ພາຍໃຕ້ການໃຫ້ກຽດເປັນປະທານ ເຜີຍແຜ່ເອກະສານ ຂອງທ່ານ ປອ ວັນນະລາ ສຸດທິຈັກ ຄະນະໜວ່ຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ,

   ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນຄົງ ພັນວົງສາ ກຳມະການພັກແຂວງ ຫົວໜ້າພະແນກຍຸດຕິທຳແຂວງ ພ້ອມດ້ວຍຫົວໜ້າຂະແໜງ, ຮອງຂະແໜງ, ພະນັກ ງານວິຊາການ ເຂົ້າຮວ່ມທັງໝົດ 34 ທ່ານ ຍິງ 15 ທ່ານ ສະມາຊິກພັກ 17 ສະຫາຍ ຍິງ 08 ສະຫາຍ.

ເອກະສານທີ່ນໍາມາຈັດຕັ້ງເຊື່ອມຊືມໃນຄັ້ງນີ້ປະກອບມີ: ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ສະໄໝທີ XI ຂອງຄະນະບໍລິ ຫານງານສູນກາງພັກ, ມະຕິຄົບຄະນະຄັ້ງທີ 6 ສະໄໝທີ VIII ຂອງຄະນະບໍລິຫານງານພັກແຂວງຈຳປາສັກ ແລະ ປາຖະກະ ຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67ປີ (22/3/1955-22/3/2022), ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 76 ປີ(21/3/1946-21/3/2022).

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195

ລົດກູ້ໄພ:       1623
ໄຟຟ້າ:         1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

180478
ມື້ນີ້ມື້ນີ້31
ມື້ວານນີ້ມື້ວານນີ້258
ອາທິດນີ້ອາທິດນີ້510
ເດືອນນີ້ເດືອນນີ້769
ທັງໝົດທັງໝົດ180478

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້

ກິດຈະກຳ