ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ຢ່າງສຸດໃຈ! ປະທານ ໄກສອນ ພົມວິຫານ ຍືນຍົງ ໃນພາລະກິດປະຕິວັດ ຂອງພັກປະຊາຊົນປະຕິວັດລາວ

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມທົ່ວແຂວງ ປະຈໍາປີ 2021

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມທົ່ວແຂວງ ປະຈໍາປີ 2021

    ໃນຕອນເຊົ້າຂອງວັນທີ 23 ມີນາ 2022 ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ໄຂກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ທົ່ວແຂວງ ປະຈຳປີ 2021 ແລະ ວາງທິດທາງແຜນການຈຸດສຸມ ປີ 2022 ຂຶ້ນທີ່ຫ້ອງປະຊຸມ 406 ສຳນັກງານປົກຄອງແຂວງ; ພາຍໃຕ້ການໃຫ້ກຽດເປັນປະທານກ່າວໄຂກອງປະຊຸມ ຂອງສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ.

ໂດຍການໃຫ້ກຽດເຂົ້າຮ່ວມຂອງບັນດາສະຫາຍ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ຂອງເມືອງ-ນະຄອນ, ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາສະຫາຍຫົວໜ້າຄະນະໂຄສະນາອົບຮົມເມືອງ-ນະຄອນ, ຄະນະພັກ-ຄະນະພະແນກການອອ້ມຂ້າງແຂວງ, ຄະນະພັກ, ສະມາຊິກພັກ-ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ກໍໄດ້ເຂົ້າຮ່ວມຢ່າງພອ້ມພຽງ.

    ໃນກອງປະຊຸມ ສະຫາຍ ບົວສອນ ວົງຫາຈັກ ເຂາໜ່ວຍພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມທົ່ວແຂວງ ປະຈໍາປີ 2021 ແລະ ທິດທາງແຜນການຈຸດສຸມ ປີ 2022, ເຊິ່ງຍົກໃຫ້ເຫັນບັນດາດ້ານຕັ້ງໜ້າ, ດ້ານຄົງຄ້າງ, ສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ ທີ່ສົງຜົນກະທົບ ແລະ ເປັນສິງທ້າທາຍໃນການເຄື່ອນໄຫວວຽກງານ ເພື່ອກຳນົດແຜນການວຽກງານຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດໃນປີຕໍ່ໜ້າ ໃຫ້ມີຄວາມຖືກຕ້ອງສອດຄ່ອງ, ແທດກັບຕົວຈິງ ແລະ ສາມາດເຄື່ອນໄຫວປະຕິບັດໄດ້ຢ່າງມີປະສິດທິຜົນຂຶ້ນກວ່າເກົ່າ; ນອກນັ້ນ ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຈາກບັນດາຄະນະໂຄສະນາອົບຮົມເມືອງ-ນະຄອນ ແລະ ພະແນກການ-ກົມກອງອ້ອມຂ້າງແຂວງ ໃນຫົວຂໍ້ຕ່າງໆ, ພ້ອມທັງການປະກອບຄໍາເຫັນຕໍ່ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນທົ່ວແຂວງ ຈາກບັນດາຜູ້ແທນກອງປະຊຸມອີກດ້ວຍ.

   ໃນຕອນບ່າຍກອງປະຊຸມໄດ້ຮັບກຽດຈາກ ສະຫາຍ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ເຂົ້າມີຄໍາເຫັນໂອ້ລົມ ແລະ ຊີ້ນໍາຕໍ່ວຽກງານໂຄສະນາອົບຮົມ. ເຊິ່ງກ່ອນອື່່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສູງ ຕໍ່ຜົນງານທີ່ຄະນະໂຄສະນາອົບຮົມຍາດມາໄດ້ໃນໄລຍະໜຶ່ງປີທີ່ຜ່ານມາ ໂດຍສະເພາະຜົນສໍາເລັດໃນການຈັດຕັ້ງເຊື່ອມຊຶມມະຕິ XI ຂອງພັກ, ມະຕິ VIII ຂອງແຂວງ, ມະຕິຂອງເມືອງ-ນະຄອນ, ການສຶກສາອົບຮົມທິດສະດີ-ແນວທາງຂອງພັກໃຫ້ແກ່ພະນັກງານສະມາຊິກພັກ; ພ້ອມກັນນັ້ນທ່ານກໍໄດ້ເນັ້ນໜັກຕື່ມ 7 ບັນຫາທີ່ສໍາຄັນ ທີ່ຈະຕ້ອງເອົາໃຈໃສ່ສືບຕໍ່ປັບປຸງເພື່ອເຮັດໃຫ້ວຽກງານໂຄສະນາອົບຮົມ ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່ທີ່ດີກວ່າເກົ່າຄື:

1. ຄະນະໂຄສະນາອົບຮົມ, ຄະນະພັກທຸກຂັ້ນ ຕ້ອງເພີ່ມທະວີການນຳພາຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນຂອບເຂດຂອງຕົນ, ພ້ອມທັງມີການສະຫຼຸບຖອດຖອນບົດຮຽນ ແລະ ສັງລວມລາຍງານຂັ້ນເທິງຢ່າງເປັນປົກກະຕິຕໍ່ເນື່ອງ.

2. ຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊີ່ງ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ໂດຍສະເພສະດ້ານເນື້ອໃນ, ຮູບ ການ ໃຫ້ມີໃບໜ້າໃໝ່, ສະເໜີວິທີການໃຫ້ແກ່ຂັ້ນເທິງ. ນອກນັ້ນ, ພະນັກງານໂຄສະນາຕ້ອງເປັນເຈົ້າການໃນການຫັນປ່ຽນຕົນ ເອງໃຫ້ມີຄວາມເປັນແບບຢ່າງນໍາໜ້າ, ມີຄວາມຮູ້ຄວາມສາມາດຮອບດ້ານ.

3. ສຸມໃສ່ປັບປຸງກົງຈັກຂອງໂຄສະນາຂັ້ນແຂວງ, ເມືອງ-ນະຄອນ ຕະຫຼອດຮອດກົງຈັກຂອງພະແນກການອອ້ມຂ້າງທີ່ເຮັດວຽກງານໂຄສະນາອົບ ຮົມ, ໂດຍສະເພາະນຳໃຊ້ບຸກຄົນທີ່ມີຄງາມຮູ້ ຄວາມສາມາດ, ວ່ອງໄວ, ຮູ້ເຕັກນິກວິຊາການ; ນອກນັ້ນ ຕ້ອງກຳນົດແຜນສ້າງພະນັກ ງານ-ສະມາ ຊິກພັກຂອງຕົນ.

4. ໂຄສະນາອົບຮົມ ກໍຄື ໂຮງຮຽນທິດສະດການເມືອງ-ການປົກຄອງ ຕ້ອງຄົ້ນຄວ້າທິດສະດີ-ພຶດຕິກຳຕົວຈິງ ຂອງຜົນງານທີ່ໄດ້ບັນຸຜົນສໍາເລັດທັງຂັ້ນແຂວງ, ເມືອງ-ນະຄອນ.

5. ເພີ່ມທະວີຂອດປະສານງານ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງກັບແຂວງ, ແຂວງກັບເມືອງ-ນະຄອນ ໂດຍສະເພາະທິດໃນການນໍາພາ-ຊີ້ນໍາ, ແບບແຜນວິທີເຮັດວຽກ ໃຫ້ມີຄວາມສອດຄ່ອງ ກົມກຽມ ແລະ ດໍາເນີນໄປໃນທິດດຽວກັນ.

6. ຕ້ອງຍົກສູງການນຳໃຊ້ເຄື່ອງມືທີ່ທັນສະໄໝໃນການໂຄສະນາ, ການຮັບ-ສົ່ງ, ການຕອບໂຕຂໍ້ມູນ-ຂ່າວສານທາງດ້ານເອເລັກໂຕນິກ ເພື່ອເຮັດໃຫ້ວຽກງານເຂົ້າເຖິງເປົ້າໝາຍໃນທົ່ວສັງຄົມ.

7. ຕ້ອງກຳນົດແຜນງານ, ໂຄງການ, ແຜນງົບປະມານໃຫ້ຊັດເຈນ ເພື່ອສະດວກໃນການຄົ້ນຄວ້າຕອບສະໜອງງົບປະມານ.

   ໃນຕອນທ້າຍ ສະຫາຍ ປອ ສຸປານີ ສິລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຮັບຄໍາໂອວາດ, ຕ່າງໜ້າຄະນະໂຄສະນາອົບຮົມ ມອບຂອງຂວັນແດ່ສະຫາຍ ເລຂາພັກແຂວງ ແລະ ກ່າວປິດກອງປະຊຸມຢ່າງເປັນທາງການ.

 

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195

ລົດກູ້ໄພ:       1623
ໄຟຟ້າ:         1199
ນໍ້າປະປາ:      1169

ສະຖິຕິຜູ້ເຂົ້າຊົມ:

158852
ມື້ນີ້ມື້ນີ້132
ມື້ວານນີ້ມື້ວານນີ້171
ອາທິດນີ້ອາທິດນີ້731
ເດືອນນີ້ເດືອນນີ້1450
ທັງໝົດທັງໝົດ158852

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້

ກິດຈະກຳ